ມະຕິກອງປະຊຸມສູນກາງພັກທີ 7 ຊຸດທີ 12 ກ່ຽວກັບການກໍ່ສ້າງຖັນແຖວພະນັກງານທຸກຂັ້ນ

(VOVWORLD) - ວັນທີ 19 ພຶດສະພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຊັນປະກາດໃຊ້ມະຕິກອງປະຊຸມເທື່ອທີ 7 ຄະນະບໍລິຫານງານສູນກາງພັກຊຸດທີ 12

ກ່ຽວກັບການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ, ມີຄຸນນະທາດ, ກຳລັງຄວາມສາມາດ ແລະ ອິດທິພົນຊື່ສຽງຢ່າງພຽງພໍ, ເໝາະສົມກັບໜ້າທີ່.

        ມະຕິຢືນຢັນວ່າ: ພະນັກງານແມ່ນປັດໄຈຕັດສິນຊີ້ຂາດຄວາມສຳເລັດ ຫຼື ລົ້ມເຫລວ ຂອງການປະຕິວັດ. ວຽກງານພະນັກງານແມ່ນຂອດ “ຫຼັກແຫຼ່ງ” ໃນວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ. ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຂັ້ນຍຸດທະສາດແມ່ນໜ້າທີ່ສຳຄັນແຖວໜ້າ, ແມ່ນວຽກງານສຳຄັນຍິ່ງຂອງພັກ, ຕ້ອງໄດ້ຮັບການດຳເນີນຢ່າງເປັນປະຈຳ, ລະມັດລະວັງ, ມີວິທະຍາສາດ, ແໜ້ນແຟ້ນ ແລະ ມີປະສິດທິຜົນ.

        ເພືີ່ອປະຕິບັດວຽກງານດັ່ງກ່າວຢ່າງມີປະສິດທິຜົນນັ້ນ, ມະຕິເນັ້ນໜັກວ່າ ຄວນຍົກສູງຄວາມຮັບຮູ້, ເພີ່ມທະວີການສຶກສາດ້ານການເມືອງ, ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃຫ້ພະນັກງານ, ສະມາຊິກພັກ; ສະກັດກັ້ນ ແລະ ຍູ້ໄພຫຍໍ້ທໍ້, ການສໍ້ລາດບັງຫລວງໃນວຽກງານພະນັກງານໃຫ້ຖອຍໄປຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ