ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດ

ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດ - ảnh 1
ທ່ານ ຫວູຮູ​ຍຮວ່າງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ
ພາບ: internet


(vovworld) - ວັນ​ທີ 5/12, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ມະຕິ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະ​ຊຸ​ມສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13. ຕາມ​ນັັ້ນ​ແລ້ວ, ສະພາ​ແຫ່ງ​ຊາດ​ສະ​ເຫ​ນີ​ໃຫ້​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ ການ​ຄ້າ ສືບ​ຕໍ່​ມີ​ບັນດາ​ມາດ​ຕະກາ​ນຢ່າງ​ຄົບ​ຊຸດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍູ້​ແຮງ​ການ​ຜະລິດ, ​ເປີດ​ກວ້າງ​ຕະຫລາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ສົ່ງ​ເສີມ​ການ​ໃຊ້​ສອຍ​ສິນຄ້າ​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ, ຄຸ້ມ​ຄອງ​ຢ່າງ​ແຫນ້ນ​ແຟ້ນສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ, ຈຳກັດ​ການ​ນຳ​ເຂົ້າ​ເກີນ​ດຸນ. ກະຊວງ​ອຸດສາຫະກຳ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ກວດກາ​ຄືນ​ແຜນ​ກຳນົດ​ສັງ​ລວມກ່ຽວ​ກັບ​ໄຟຟ້າ​ນ້ຳຕົກ​ເພື່ອ​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​​ໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ຊຶ່ງຈະ​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 10 -11/2013. ກະຊວງ​ກໍ່ສ້າງ​ສຸມ​ໃສ່​ແກ້​ໄຂ​ສະພາບ​ຕິດ​ຂັດ​ຂອງ​ຕະຫລາດ​ອະສັງຫາລິມະ​ສັບ, ​ຕ້ອງ​ມີ​ແຜນການ​ກ່ຽວ​ກັບ​ເຮືອນ​ຢູ່​ສັງຄົມ. ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ສຸມ​ໃສ່​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​ໃນ​ການ​ສ້າງ​ໂຄງ​ປະກອບ​ທະນາຄານ​, ບັນດາ​ອົງການ​ສິນ​ເຊື່ອຄືນ​ໃຫມ່​ໃນ​ປີ 2013. ກະຊວງ​ສາທາລະນະ​ສຸກ ຜັນ​ຂະຫຍາຍ​​ບັນດາ​ມາດ​ຕະການ​ ຢ່າງ​ຄົບ​ຊຸດ ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບກວດກາ, ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຢຸກຢາ, ຄ່າ​ປິ່ນປົວ​ພະຍາດ.

 

 

 

 

ຂ່າວ/ບົດ​ອື່ນ