ມະຕິກ່ຽວກັບວາ ລະປະຊຸມປະຈຳ ເດືອນ 12/2012 ຂອງລັດຖະບານ

ມະຕິກ່ຽວກັບວາ ລະປະຊຸມປະຈຳ ເດືອນ 12/2012 ຂອງລັດຖະບານ - ảnh 1
ວາລະປະຊຸມປະຈຳເດືອນ 12/2012 ຂອງລັດຖະບານ
(ພາບ: ອີນເຕີເນັດ)

(vovworld) - ​ມະຕິ​ກ່ຽວ​ກັບວາລະ​ປະຊຸມ​ປະຈຳ​ເດືອນ 12/2012 ຂອງ​ລັດຖະບານ ​ໄດ້​ຮັບ​ການ​ປະກາດ​ໃຊ້​ເມື່ອ​ວັນ​ທີ 29/12, ​ໂດຍ​ສູ​ມ​ໃສ່​ເຂົ້າ​ໃນ​ບາງ​ບັນຫາ​ທີ່​ກ່ຽວຂ້ອງ​​ເຖິງ​ການ​ລົງທຶນໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ, ​ແກ້​ໄຂ​ໜີເສຍ​ຂອງ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອ, ໜູນ​ຊ່ວຍ​ໃຫ້​ບັນດາ​ເມືອງ​ມີ​ອັດ​ຕາ​ຄອບຄົວ​ທຸກ​ຍາກ​ສູງ, ວຽກ​ງານ​​ກວດກາ, ​ແກ້​ໄຂ​ການ​ຮ້ອງ​ທຸກ, ກ່າວ​ຟ້ອງ.​.​.​. ຕາມ​ນັ້ນ​ແລ້ວ, ລັດຖະບານ​ມອບ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ສ້າງ​ສຳ​ເລັດ​ແຜນຮ່າງ​ກຳນົດ​ທິດ​ຍົກ​ສູງ​​ປະສິດທິ​ຜົນການ​ດຶງ​ດູດ​​, ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ກາ​ນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຮອດ​ປີ 2020 ​ເພື່ອ​ຮັບປະກັນ​ສະພາບ​ແວດ​ລ້ອມ​​ແຫ່ງການ​ລົງທຶນ​ຂອງ​ຫວຽດນາມ ​ມີ​ຄວາມ​ດຶງດູດ​​ຄື​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີລົງ​ລາຍ​ເຊັນປະກາດ​ໃຊ້. ​ແຜນຮ່າງ​ແກ້​ໄຂ​ໜີ​ເສຍ​ຂອງ​ລະບົບ​ບັນດາ​ອົງການ​ສີນ​ເຊື່ອ ​ແລະ ​ແຜນຮ່າງ​ສ້າງ​ຕັ້ງ​ບໍລິສັດ​ຄຸ້ມ​ຄອງ​ຊັບ​ສິນ​ໄດ້​ມອບ​ໝາຍ​ໃຫ້​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ເປັນ​ເຈົ້າ​ພາບ. ສຳລັບ​ແຜນຮ່າງ​ແກ້​ໄຂ​ໜີເສຍ​ຂອງ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອ, ຄວນ​ເຮັດ​​ແຈ້ງ​ຂອບ​​ເຂດ​ການ​ແກ້​ໄຂ​ໜີເສຍ, ຊີ້​ແຈ້ງ ​ແລະ ​ໄຈ້​ແຍກ​ບັນດາ​ວິທີ​ແກ້​ໄຂ​ທີ່​ສາມາດ​ປະຕິບັດ​​ໄດ້, ​ເໝາະ​ສົມ​ກັບ​ສະພາບ​ການ​ຕົວ​ຈິງ​ພາຍ​ໃນ​ປະ​ເທດ. ລັດຖະບານ​ຮັບຮອງ​ເອົາ​ແຜນ​ນະ​ໂຍບາຍ​ປະຕິບັດ​ກົນ​ໄກ​ໜູນ​ຊ່ວຍ​ທຶນ​ລົງທຶນ​ພັດທະນາ​ຈາກ​ງົບປະມານ​ສູນ​ກາງ​ໃຫ້ 23 ​ເມືອງທີ່​ມີ​ອັດຕາ​ຄອບຄົວ​ທຸກ​ຍາກ​ສູງ.

ຂ່າວ/ບົດ​ອື່ນ