ມະຕິວາລະປະຊຸມປະຈຳເດືອນ 7/2012 ຂອງລັດຖະບານຫວຽດນາມ

ມະຕິວາລະປະຊຸມປະຈຳເດືອນ 7/2012 ຂອງລັດຖະບານຫວຽດນາມ - ảnh 1
(ພາບ:ອິນ​ເຕີ​ແນັດ)​

( vovworld ) – ວັນ​ທີ 3/8, ລັດຖະບານ​ຫວຽດນາມ ​ໄດ້​ປະກາດ​ໃຊ້ມະຕິ​ວາລະ​ປະຊຸມ​ປະຈຳ​ເດືອນ 7/2012. ຕາມ​ນັ້ນ​ແລ້ວ, ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ​ສຳນັກງານ, ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ສຸມ​ໃສ່​ຮີບ​ເຮັ່ງ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ໃນ​ປະຈຸ​ບັນ, ຊຸກຍູ້​ການ​ຜະລິດດຳ​ເນີນ​ທຸລະ​ກິດ​ພັດທະນາ; ສືບ​ຕໍ່​ປະຕິບັດຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ພ້ອມ​ກັນນັ້ນກໍ່ຕິດຕາມ​ສະພາບ​ການ, ຊີ້​ນຳ, ປະຕິບັດບັນດາ​ຈຸດໝາຍ, ໜ້າ​ທີ່, ມາດ​ຕະການ​ໄດ້​ວາງ​ອອກ​ໃນ​ມະຕິ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຢ່າງ​ຂ້ຽວຂາດ ​ແລະ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ