ມະຕິວາລະປະຊຸມປະຈຳເດືອນ4/2014ຂອງລັດຖະບານ

ມະຕິວາລະປະຊຸມປະຈຳເດືອນ4/2014ຂອງລັດຖະບານ - ảnh 1
ວາລະ​ປະຊຸມ​ປະຈຳ​ເດືອນ 4/2014 ຂອງ​ລັດຖະບານ

(vovworld) –  ລັດຖະບານ​ຫາ​ກໍ່​ປະກາດ​ມະຕິ​ເລກ​ທີ 29-ມຕ/ລບ ກ່ຽວ​ກັບ​ວາລະ​ປະຊຸມ​ປະຈຳ​ເດືອນ 4/2014 ຂອງ​ລັດຖະບານ. ຕາມ​ມະຕິ​ແລ້ວ, ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ, ທ້ອງ​ຖີ່​ນຕິດຕາມ​ກວດກາ​ຈຸດໝາຍ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃນ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ມະຕິ​ຂອງ​ວາລະ​ປະຊຸ​ມປະຈຳ​ເດືອນ​ຂອງ​ລັດຖະບານ ​ແລະ ການ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ. ພ້ອມ​ກັບ​ບັນດາ​ການ​ຊີ້​ນຳ​ລະອຽດ​ສຳລັບ​ທະນາຄານ​ແຫ່ງ​ລັດ, ກະຊວງ​ການ​ເງິນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ອຸດສາຫະກຳ ການ​ຄ້າ ​ໃນ​ການປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ຂະ​ແໜງ, ລັດຖະບານ​ຮຽກຮ້ອງ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ເປັນ​ເຈົ້າ​ການ, ສົມທົບ​ກັບ​ບັນດາ​ກະຊວງ, ​ອົງການ, ທ້ອງ​ຖີ່​ນສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ສັກ​ຢາ​ກັນ​ໂລກລະບາດ, ນຳ​ໃຊ້​ບັນດາ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​ພະຍາດໝາກ​ແດງ​ຢ່າງ​ຮີບ​ດ່ວນ, ບໍ່​ປະ​ໃຫ້​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ, ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່, ຂົນຂວາຍ, ສຶກສາ ປະກອບສ່ວນ​ຍົກ​ສູງ​ສະຕິ​ປ້ອງ​ກັນ​ພະຍາດ​ຂອງ​ປະຊາຊົນ​ຢູ່​ວົງ​ຄະນະ​ຍາດ, ​ແກ້​ໄຂ​ສະພາບ​ຕິດ​ແປ​ດພະຍາດຢູ່​ບັນດາ​ໂຮງໝໍ​ຂັ້ນ​ເທິງ. ລັດຖະບານ​ກໍ່​ຮຽກຮ້ອງ​ໃຫ້​ກະຊວງ​ຄົມມະນາຄົມ ຂົນ​ສົ່ງ​ເປັນ​ເຈົ້າ​ການ, ສົມທົບ​ກັບ​ກະຊວງ​ຕຳຫຼວດ, ​ທ້ອງ​ຖີ່​ນຕ່າງ​ໆສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ​ປັບ​ໄໝລົງ​​ໂທດ​ບັນດາ​ກໍລະນີ​ລົດ​ຂົນ​ສົ່ງ​ສິນ​ຄ້າເກີນ​ນ້ຳໜັກ​ກຳ​ນົດ​, ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ​ລະບົ​ບຂົວ​ແຂວນຮັບ​ໃຊ້​ປະຊາຊົນ, ພິ​ເສດ​ແມ່ນ​ບັນດາ​ໂຄງການທີ່​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ແລ້ວ.



ຂ່າວ/ບົດ​ອື່ນ