ມະ​ຕິ​ໃຫ້​ສັດຕະຍາບັນ ສົນທິສັນຍາ​ທີ່​ກ່ຽວຂ້ອງ​ເຖິງ​ຊາຍ​ແດນ​ແຫ່ງ​ຊາດ

(VOVWORLD) -   ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ມະຕິໃຫ້ສັດຕະຍາບັນສົນທິສັນຍາເພີ່ມເຕີມສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນແຫ່ງຊາດປີ 1985 ແລະ ສົນທິສັນຍາເພີ່ມເຕີມປີ 2005 ແລະ ອະນຸສັນຍາວ່າດ້ວຍການຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກ ລະຫວ່າງ ສສ.ຫວຽດນາມ ແລະ ລາຊະອານາຈັກ ກໍາປູເຈຍ. 

     ສະພາແຫ່ງຊາດສະເໜີ ນາຍົກລັດຖະມົນຕີ ຮັບຜິດຊອບຈັດຕັ້ງປະຕິບັດ ສົນທິສັນຍາເພີ່ມເຕີມ ສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນແຫ່ງຊາດປີ 1985 ແລະ ສົນທິສັນຍາເພີ່ມເຕີມປີ 2005 ແລະ ອະນຸສັນຍາວ່າດ້ວຍການຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກ ລະຫວ່າງ ຫວຽດນາມ ແລະ ກໍາປູເຈຍ; ອະນຸມັດຜ່ານແຜນການປະຕິບັດ, ຈັດຕັ້ງເຜີຍແຜ່, ໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນລະບົບການເມືອງ ແລະ ໃນໝູ່ປະຊາຊົນ, ໂດຍສະເພາະ ແມ່ນຊຸມຊົນຢູ່ 10 ແຂວງທີ່ລຽບຕາມເສັ້ນຊາຍແດນລະຫວ່າງ ຫວຽດນາມ ແລະ ກໍາປູເຈຍ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມໃນວິວັດການປະຕິບັດເອກະສານນິຕິກໍາສອງສະບັບດັ່ງກ່າວ; ຕິດຕາມກວດກາ, ປັບປຸງນະໂຍບາຍໜູນຊ່ວຍປະຊາຊົນທີ່ຖືກຜົນສະທ້ອນກ່ຽວກັບການຜະລິດ ແລະ ຊີວິດການເປັນຢູ່ຈາກການຂີດຂັ້ນປັກຫຼັກໝາຍຊາຍແດນໃນພາກຕົວຈິງ ຢ່າງທັນການ.


ຕອບກັບ

ຂ່າວ/ບົດ​ອື່ນ