ມະຫາວິທະຍາໄລ Damas ຢູ່ຊີຣີ ຖືກບຸກໂຈຕີດ້ວຍລູກປືນໃຫ່ຍ

ມະຫາວິທະຍາໄລ Damas ຢູ່ຊີຣີ ຖືກບຸກໂຈຕີດ້ວຍລູກປືນໃຫ່ຍ - ảnh 1
(ພາບ​:
ອິນ​ເຕີ​ເນັດ)

(vovworld)-​ ​ສຳນັກ​ຂ່າວສານ​ທາງ​ການ SANA ຂອງ​ຊີຣີ ​ໃຫ້​ຂ່າວ​ວ່າ: ວັນ​ທີ 28/3, ​ໃນ​ເຫດການ​ບຸກ​ໂຈມ​ຕີ​ດ້ວຍ​ລູກປືນ​ໃຫ່ຍ​ແນ​ໃສ່​ມະຫາວິທະຍາ​ໄລ Damas ຂອງ​ຊີຣີ ​ໄດ້​ເຮັດ​ໃຫ້​ນັກ​ສຶກສາຢ່າງ​ໜ້ອຍ​ສຸດ 15 ຄົນ​ເສຍ​ຊີວິດ ​ແລະ ອີກ 6 ຄົນ​ຖືກ​ບາດ​ເຈັບ​ສາຫັດ. ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ​ຊີຣີ ມີ​ສຳ​ນັງງານ​ຕັ້ງຢູ່​ອັງກິດ ກໍ່​ໄດ້​ຮັບ​ຮູ້​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ, ບັນດາ​ຜູ້​ເຫັນ​ເຫດການໃຫ້​ຮູ້​ວ່າ: ລູກປືນ​ໃຫ່ຍຈຳນວນ​ໜຶ່ງ ​ກໍ່​ໄດ້​ຍິງ​ລົງ​ແມ່ນ້ຳມໍ່​ກັບ​ໂຮງ​ແຮມສອງ​ແຫ່ງ​ຢູ່ Damas, ລູກປືນ​ໃຫ່ຍລູກ​ໜຶ່ງ​ໄດ້​ຍິງ​ໃສ່​ໂບດ​ອິດສະ​ລາມ​ແຫ່ງ​ໜຶ່ງ ​ຢູ່​ໃຈກາງ Damas ​ແຕ່​ບໍ່​ທັນ​ໄດ້​ກໍ່​ຄວາມ​ບາດ​ເຈັບ​ລົ້ມຕາຍ. ​ໃນ​ອາທິດ​ຜ່ານ​ມາ, ທະຫານ​ລຸກ​ຮຶ້ນຂຶ້ນ​ຢູ່​ຊີຣີ ​ໄດ້​ເພີ່ມ​ທະວີການ​ບຸກ​ໂຈມ​ຕີຄັ້ງຕ່າງໆ​ດ້ວຍ​ລູກປືນ​ໃຫ່ຍ​ແນ່​ໃສ່​ບໍລິ​ເວນໃຈກາງ​ນະຄອນຫຼວງ Damas, ແຫ່ງທີ່​ມີສຳນັກງານ​ສະຖານີ​ໂທລະພາບ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ