ມະຫາວິທະຍາໄລ Tay Bac ຈັດຕັ້ງບຸນປີໃໝ່ໃຫ້ນັກສຶກສາລາວ

ມະຫາວິທະຍາໄລ Tay Bac ຈັດຕັ້ງບຸນປີໃໝ່ໃຫ້ນັກສຶກສາລາວ - ảnh 1
( ພາບປະກອບ )

( vovworld ) –   ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ຂອງ​​ລາວ, ຕອນ​ຄໍ່າວັນ​ທີ 14/4, ມະຫາວິທະຍາ​ໄລ Tay Bac, ຢູ່​ນະຄອນ Son La, ​ແຂວງ Son La ​ໄດ້​ຈັດ​ບຸນ​ປີ​ໃໝ່​ໃຫ້ນັກ​ສຶກສາລາ​ວ ທີ່​ພວມ​ຮໍ່າຮຽນ​ຢູ່​ໂຮງຮຽນ. ພາຍຫຼັງ​ປະຕິບັດ​ພິທີ​ບາສີສູ່ຂວັນ, ​ເຊິ່ງ​ແມ່ນ​ຮີດຄອງ​ປະ​ເພນີ​ໃນ​ງາມ​ບຸນ​ປີ​ໃໝ່, ທີ່​ມີ​ຄວາມ​ໝາຍ​ອະທິຖານຂໍ້​ໃຫ້ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມສະຫງົບ​ສຸກ, ບັນດາ​ນັກ​ສຶກສາລາ​ວ ພ້ອມ​ກັບນັກ​ສຶກສາຄູ່​ອາຈານ​ຫວຽດນາມ ເຂົ້າ​ຮ່ວມລາຍການ​ພົບ​ປະ​ແລກປ່ຽນ​ສີ​ລະ​ປະ​ໃນ​ບັນຍາກາດ​ມ່ວນ​ຊື່ນ, ອົບ​ອຸ່ນ ​ແລະ ​ເຕັມ​ໄປ​ດ້ວຍຄວາມ​ສາມັກຄີ​ມິ​ຕະພາບ. ນີ້​ແມ່ນ​ປີ​ທີ່​ສອງທີ່ມະຫາວິທະຍາ​ໄລ Tay Bac ຈັດ​ຕັ້ງ​ການ​ບຳລຸງ​ສ້າງໃຫ້​ແກ່​ນັກ​ສຶກສາລາ​ວ. ປະຈຸ​ບັນ​ຈຳນວນນັກ​ສຶກສາລາ​ວ ທີ່ພວມ​ຮໍ່າຮຽນ​ຢູ່​ໃນ​ໂຮງຮຽນ​ແມ່ນ 32 ຄົນ. ​ນາງ ແກ້ວ​ແຟງ​ຄຳ, ນັກ​ສຶກສາ​ຊຸດ​ທີ 49 ພະ​ແນ​ກບັນຊີ, ມະຫາວິທະຍາ​ໄລ Tay Bac ​ໃຫ້​ຮູ້​ວ່າ.

“ ນ້ອງ ​ແລະ ບັນດາ​ເພື່ອນຮູ້ສຶກ​ມ່ວນ​ຊື່ນ​ຫຼາຍ ເມື່ອ​ໂຮງຮຽນ​ມີ​ຄວາມເອົາ​ໃຈ​ໃສ່​ຈັດ​ຕັ້ງ​ໃຫ້​ແກ່​ພວກ​ນ້ອງຕ້ອນຮັບ​ບຸນປີ​ໃໝ່. ​ເຖິງ​ວ່າ​ບໍ​່ໄດ້​ກັບ​ເມືອ​ປະ​ເທດ, ບໍ່​​ໄດ້​ຕ້ອນຮັບບຸນປີ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນກໍ​ຕາມ, ​ແຕ່​ບັນດາ​ຄູ່​ອາຈານ​ໄດ້​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ຈັດ​ຕັ້ງ​ບຸນປີ​ໃໝ່​ໃຫ້​ແກ່​ພວກ​ນ້ອງ. ນ້ອງ​ຮູ້ສຶກ​ວ່າຕົນ​ເອງພວມ​ຕ້ອນຮັບ​ປີ​ໃໝ່​ພ້ອມ​ກັບ​ຄອບຄົວ. ພວກ​ນ້ອງ​ຂໍ້​ຂອບ​ໃຈ​ບັນດາ​ຄູ່​ອາຈານ ​ແລະ ຈະ​ມານະ​ພະຍາຍາມ​ຮໍ່າຮຽນ​​ໃຫ້​ດີເພື່​ອປະກອບສ່ວນ​​ເພີ່ມ​ພູນຄຸນ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ ລະຫວ່າງ ຫວຽດນາມ - ລາວ ​ໃຫ້​ສວຍສົດ​ງົດ​ງາມ ​ແລະ ໝັ້ນ​ຄົງຕະຫຼວດ​ໄປ”.

ຂ່າວ/ບົດ​ອື່ນ