ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ

(VOVWORLD) -ຕາງໜ້າໃຫ້ຄະນະນຳ, ຄູອາຈານໃນໂຮງຮຽນ, ທ່ານນາງ ຫງວຽນທິທູຮ່າ ໄດ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງນັກສຶກສາລາວ ພ້ອມດ້ວຍຄອບຄົວ, ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນການຮ່ຳຮຽນ ແລະ ໃນທຸກໜ້າທີ່ວຽກງານຂອງຕົນ. ຂໍອວຍພອນໃຫ້ສາຍພົວພັນໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງ ຫາຍເຢືອງ - ວຽງຈັນ ເວົ້າສະເພາະ ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.

 ຕອນບ່າຍວັນທີ 13 ເມສາ 2022 ຢູ່ ມະຫາວິທະຍາໄລ ຫາຍເຢືອງ ໄດ້ຈັດງານພົບປະສັງສັນ, ມອບຂອງຂວັນ, ອວຍພອນປີໃໝ່ນັກສຶກສາລາວ ພສ.2565. ທ່ານນາງ ຫງວຽນທິຮູຮ່າ - ຮອງເລຂາຄະນະພັກ, ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ພ້ອມດ້ວຍຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ສູນຮ່ວມມືມິດຕະພາບ ຫວຽດນາມ  -  ລາວ ແຂວງ ຫາຍເຢືອງ, ຄະນະຊາວໜຸ່ມແຂວງ ຫາຍເຢືອງ ເຂົ້າຮ່ວມ, ມອບຂອງຂວັນ, ອວຍພອນປີໃໝ່ລາວໃຫ້ນັກສຶກສາ ລາວ ທີ່ພວມສຶກສາຮ່ຳຮຽນຢູ່ທີ່ນີ້.

ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ - ảnh 1ທ່ານນາງ ຫງວຽນທິທູຮ່າ ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ກ່າວຄຳເຫັນທີ່ການພົບປະ (ພາບ: uhd.edu.vn)

ກ່າວຄຳເຫັນທີ່ງານພົບປະສັງສັນ, ທ່ານນາງ ຫງວຽນທິທູຮ່າ ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ຕີລາຄາສູງໝາກຜົນການຮ່ຳຮຽນ, ການປະກອບສ່ວນຢ່າງຕັ້ງໜ້າຂອງນັກສຶກສາ ລາວ ໃນການເຄື່ອນໄຫວລວມຂອງໂຮງຮຽນໃນໄລຍະຜ່ານມາ. ຕາງໜ້າໃຫ້ຄະນະນຳ, ຄູອາຈານໃນໂຮງຮຽນ, ທ່ານນາງ ຫງວຽນທິທູຮ່າ ໄດ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງນັກສຶກສາລາວ ພ້ອມດ້ວຍຄອບຄົວ, ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນການຮ່ຳຮຽນ ແລະ ໃນທຸກໜ້າທີ່ວຽກງານຂອງຕົນ. ຂໍອວຍພອນໃຫ້ສາຍພົວພັນໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງ ຫາຍເຢືອງ - ວຽງຈັນ ເວົ້າສະເພາະ ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.

ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ - ảnh 2ຕາງໜ້າໂຮງຮຽນ ແລະ ຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ສູນຮ່ວມມືມິດຕະພາບ ຫວຽດນາມ  -  ລາວ ແຂວງ ຫາຍເຢືອງ, ຄະນະຊາວໜຸ່ມແຂວງ ຫາຍເຢືອງ ມອບຂອງຂວັນ ໃຫ້ນັກສຶກສາ ລາວ  (ພາບ:uhd.edu.vn)
ໂດຍມີຄວາມຕື້ນຕັນໃຈ ແລະ ດີໃຈທີ່ໄດ້ຮັບຂອງຂັວນ ພ້ອມດ້ວຍຄຳອວຍພອນອັນດີງາມຈາກການນຳໂຮງຮຽນ ແລະ ແຂກຖືກເຊີນ, ເພື່ອນ ຕິນ່າ ທິດຫຼ່ຽມຂວັນ ນັກສຶກສາລາວ ຮຽນຢູ່ສາຂາການເງິນການທະນາຄານ ແບ່ງປັນວ່າ:
  ຫາຍເຢືອງ ແລະ ແຂວງ ວຽງຈັນ ແມ່ນແຂວງແຮກສ່ຽວນຳກັນມາແຕ່ປີ 1984. ສອງແຂວງໄດ້ມີການຮ່ວມມືກັນຢ່າງແໜ້ນແຟ້ນໃນຫຼາຍຂົງເຂດຄື ການເມືອງ, ເສດຖະກິດ, ກະສິກຳ, ພິເສດແມ່ນໃນຂົງເຂດສຶກສາບຳລຸງສ້າງ. ແຕ່ລະປີ, ແຂວງ ຫາຍເຢືອງ ລ້ວນແຕ່ຕ້ອນຮັບ ແລະ ໃຫ້ການໜູນຊ່ວຍນັກສຶກສາ ແຂວງ ວຽງຈັນ ມາຮ່ຳຮຽນຢູ່ ມະຫາວິທະຍາໄລ ແລະ ວິທະຍາໄລແຫ່ງຕ່າງໆຂອງແຂວງ, ປັດຈຸບັນ ມີນັກສຶກສາແຂວງ ວຽງຈັນ  5 ຄົນ ພວມຮ່ຳຮຽນຢູ່ ມະຫາວິທະຍາໄລ ຫາຍເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ