ມະ​ຫາ​ວິ​ທະ​ຍາ​ໄລ​ດ່າ​ນັງ​ຜະ​ລິດ​ລະ​ບົບ​ວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ ​ແຕ່​​ໄກ

(VOVWORLD) -ເພື່ອປະກອບສ່ວນສະກັດກັ້ນການແຜ່ລາມຂອງໂລກລະບາດ ໂຄວິດ-19, ກຸ່ມຄົ້ນຄ້ວາຂອງມະຫາວິທະຍາໄລດ່ານັງ ໄດ້ຜະລິດລະບົບວັດແທກອຸນ ຫະພູມຮ່າງກາຍ ແຕ່ໄກ.
ມະ​ຫາ​ວິ​ທະ​ຍາ​ໄລ​ດ່າ​ນັງ​ຜະ​ລິດ​ລະ​ບົບ​ວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ ​ແຕ່​​ໄກ - ảnh 1

ພາບ:  dangcongsan.vn

  ລະບົບດັ່ງກ່າວຈະຮັບປະກັນໄລຍະຫ່າງທີ່ປອດໄພໃຫ້ແກ່ພາລະກອນການແພດໃນການເຮັດວຽກ ທັງມີລາຄາຖືກກ່ວາເຄື່ອງວັດແທກອຸນ ຫະພູມຮ່າງກາຍ ຢູ່ທ້ອງຕະຫຼາດ.

ທ່ານສາດສະດາຈານ ປະລິນຍາເອກວິທະຍາສາດ ບຸ່ຍວັນກາ, ອະດີດຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ:

   ແຜນນະໂຍບາຍຂອງກຸ່ມຄົ້ນຄ້ວາ ແມ່ນເຜີຍແຜ່ເຕັກໂນໂລຊີ ຊ່ວຍໃຫ້ວົງຄະນະຍາດມີພາຫະນະໜຶ່ງອີກເພື່ອສາມາດປ້ອງກັນການແຜ່ລາມຂອງໂລກລະບາດໂຄວິດ-19. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະມອບສົ່ງເຕັກໂນໂລຊີໃຫ້ບໍ່ວ່າຜູ້ໃດມີຄວາມສາມາດຜະລິດໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ