ມະຫາວິທະຍາໄລວິຈິດສິນຫວຽດນາມຮັບຫລຽນໄຊໂຮ່ຈີມິນ

ມະຫາວິທະຍາໄລວິຈິດສິນຫວຽດນາມຮັບຫລຽນໄຊໂຮ່ຈີມິນ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶດດາມ
ກ່າວຄຳເຫັນທີ່ພິທີ
(ພາບ: PhuongThuy)

(vovworld) – ຕອນ​ເຊົ້າ​ວັນ​ທີ 30/12 ມະຫາວິທະຍາ​ໄລວິຈິດ​ສິນ ຫວຽດນາມ, ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (1925 - 2015) ​ແລະ ຮັບ​ຫລຽນ​​ໄຊ ໂຮ່ຈີ​ມິງ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶດດາມ ​ເນັ້ນ​ໜັກ​ວ່າ: ມະຫາວິທະຍາ​ໄລ​ວິຈິດ​ສິນ ຫວຽດນາມ ​ແມ່ນ​ສະຖານ​ທີ່​ປະກອບສ່ວນອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ​ເຮັດ​ໃຫ້ຄຸນຄ່າ​ດ້ານ​ວັດທະນະທຳ​ສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​. ປະຈຸ​ບັນ, ດ້ວຍ​ການພົວພັນ​ແລກປ່ຽນ​ທີ່​ເປີດ​ກ້ວາງ​ຂອງ​ວັດທະນະທຳ​ໂລກ, ບັນດາ​ພະນັກງານ, ຄູ​ສອນ, ນັກຮຽນ, ນັກ​ສຶກສາ ​ ຂອງ​ມະຫາວິທະຍາ​ໄລວິຈິດ​ສິນ ຫວຽດນາມ ​ແມ່ນ​ກຳລັງ​ແກ່ນສານ ​ເພື່ອ​​ໃຫ້ພື້ນຖານ​ວິຈິ​ດສິນຂອງປະ​ເທດ​ຊາດ​ພັດທະນາ, ສືບ​ຕໍ່ຢັ້ງ​ຢືນ​ບົດບາດ​ສຳຄັນ​ໃນ​ພື້ນຖານ​ວັດທະນະທຳ​​ແຫ່ງ​ຊາດ ​ເພື່ອ​​ໃຫ້ວິຈິດ​ສິນ ຫວຽດນາມ​ ມີທີ່​ຕັ້ງ​ບົດບາດໃນ​ພື້ນຖານ​ວິຈິດ​ສິນ​ໂລກ​.

        ​ໂດຍ​ໄດ້​ຮັບ​ການ​ມອບໝາຍ​ຈາກ​ທ່ານ​ປະທານ​ປະ​ເທດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຸດຶກ​ດາມ ​ໄດ້ມອບ​ຫລຽນ​​ໄຊ ​ໂຮ​ຈີ​ມິນ ​ໃຫ້​ມະຫາວິທະຍາ​ໄລ​ວິຈິດ​ສິນ ຫວຽດນາມ.

ຂ່າວ/ບົດ​ອື່ນ