ມະຫາວິທະຍາໄລສ້າງຄູ ເຫ້ວ ສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງໂຮງຮຽນ

ມະຫາວິທະຍາໄລສ້າງຄູ ເຫ້ວ ສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງໂຮງຮຽນ - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ມອບໃບຍ້ອງຍໍ ແລະ ຫຼຽນໄຊໃຫ້ແກ່ມະຫາວິທະຍາ​ໄລ​ສ້າງ​ຄູ ເຫ້ວ
(ພາບ:gdtv.vn )

vovworld- ວັນ​ທີ 7/4, ມະຫາວິທະຍາ​ໄລ​ສ້າງ​ຄູ ເຫ້ວ ໄດ້ຈັດພິທີສະເຫຼີມ ສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງໂຮງຮຽນ ແລະ ຕ້ອນຮັບຫຼຽນ​ໄຊ​ເອກະລາດ​ຊັ້ນ 2. ມະຫາວິທະຍາ​ໄລ ​ເຫ້ວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1957 ບົນ​ພື້ນຖານ​ໂຮງຮຽນ​ວິທະຍາ​ໄລ​ສ້າງ​ຄູ ທີ່​ຂຶ້ນ​ກັບ​ສະ​ຖາ​ບັນມະຫາວິທະຍາ​ໄລ ​ເຫ້ວ ​ແມ່ນ ​ໂຮງຮຽນ​ບຳລຸງ​ສ້າງ​ຄູ​ອາຈານ​ຊັ້ນ​ກາງ​ພຽງ​ແຫ່ງ​ດຽວ​ໃຫ້​ແກ່​ບັນດາ​ແຂວງ​ພາກ​ກາງ​ຫວຽດນາມ. ມະຫາວິທະຍາ​ໄລສ້າງ​ຄູ ​ເຫ້ວ ​ໄດ້​ບຳລຸງ​ສ້າງ​ຄູ​ອາຈານ​ກ່ວາ 5 ໝື່ນ​ຄົນ​ໃນ​ຂັ້ນ​ຮຽນ​ຕ່າງໆ ​ແລະ ຍົກ​ລະດັບ​ມາດຖານ​ໃຫ້​ແກ່​ຄູ​ອາຈານ 1 ໝື່ນ 5 ພັນ​ຄົນ​ບັນລຸລະດັບ​ປະລິນຍາ​ຕີ​ຂະ​ແໜງ​ສ້າງ​ຄູ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ດັ່ງກ່າວ, ທ່ານ​ນາງ Nguyen Thi Doan ຮອງ​ປະທານ​ປະ​ເທດ​ຫວຽດນາມ​ໃຫ້​ຮູ້​ວ່າ : “ ຂ້າ​ພະ​ເຈົ້າສະ​ເໜີ​ບັນດາ​ໂຮງຮຽນ​ເລັ່ງ​ໃສ່​ບັນດາ​ມາດ​ຕະການ​ແກ້​ໄຂ, ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ. ທຳ​ອິດ​ແມ່ນ​ຄຸນ​ນະພາ​ບ​ຖັນ​ແຖວ​ຄູ​ອາຈານ​ປະຈຸ​ບັນ​. ຢາກ​ກໍ່ສ້າງ​ຖັນ​ແຖວ​ຄູ​ອາຈານ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ດ້ານ​ວິຊາ​ຊີບ​ນັ້ນ, ພວກ​ເຮົາ​ຕ້ອງ​ມີ​ຫ້ອງ​ທົດ​ລອງ​ທີ່​ດີ ”.
ຂ່າວ/ບົດ​ອື່ນ