ມະຫາເສດຖີ Donald Trump ແລະ ອະດີດລັດຖະມົນຕີການຕ່າງປະເທດ Hillary Clinton ຍັງນຳໜ້າຢູ່

ມະຫາເສດຖີ Donald Trump ແລະ ອະດີດລັດຖະມົນຕີການຕ່າງປະເທດ Hillary Clinton ຍັງນຳໜ້າຢູ່ - ảnh 1
ມະ​ຫາເສດ​ຖີ​ Donald Trump
(ພາບ: AFP/TTXVN)

(vovworld) - ວັນ​ທີ 03/05, ມະ​ຫາເສດ​ຖີ​ Donald Trump ຍາດ​ໄດ້​ໄຊ​ຊະ​ນະ​ສຳ​ຄັນ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່​ລັດ Indiana ແລະ ເກືອບ​ຄື​ວ່າ​ຈ​ະ​ກາຍ​ເປັນ​​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສາ​ທາ​ລະ​ນະ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ໃນ​ຕົ້ນ​ເດືອນ 11 ຈະ​ມາ​ເຖິງ. ​ພາຍ​ຫຼັງ​ທີ່​ຈ​ຳ​ນວນ​ບັດ​ໄດ້​ຜ່ານ​ການ​ນັບ​ບັນ​ສ່ວນ​ຫຼາຍ, ຄະ​ນະ​ກຳ​ມະ​ການ​ເລືອກ​ຕ​ັ້ງ​ຂອງ​ພັກ​ສາ​ທາ​ລະ​ນະ​ຢູ່​ລັດ Indiana ໃຫ້​ຮູ້​ວ່າ, ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕ​ັ້ງ Donald Trump ຍາດ​ໄດ້ບັດ​ສະ​ໜັບ​ສະ​ໜູນ 54,1% ​ບັດ, ​ອັນ​ໄດ້​ລືນ​ກາຍ​ຢ່າງ​ຂາດ​ຂັ້ນ​ຕໍ່ຄູ່​ແຂ​່ງ​ຂອງ​​ຕົນ​ແມ່ນ​ທ່ານ Ted Cruz ພຽງ​ຍາດ​ໄດ້ 33,8% ຈຳ​ນວນ​ບັດ​ເລືອກ​ຕັ້ງ. ​ໂດຍຖືກ​ປະ​ລາ​ໄຊ​ຢູ່​ລັດ Indiana, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ລັດ Texas, Ted Cruz ໄດ້​ຢຸດ​ຕິ​ການ​ແຂ່ງ​ຂັ​ນ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ພັກ​ສາ​ທາ​ລະ​ນະໃນ​ການ​ເລືອ​ກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ Bernie Sanders ຍາດ​ໄດ້​ໄຊ​ຊະ​ນະ​ສຳ​ຄັນ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ຢູ່​ລັດ Indiana, ຜ່ານນັ້ນ​ສືບ​ຕໍ່​ຮັດ​ແຄບ​​ໄລ​ຍະ​ຫ່າງ​ກັບ​ທ່ານ​ນາງ​ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Hillary Clinton. ແຕ່​ວ່າ, ຍ້ອນ​ບັດ​ເລືອກ​ຕັ້ງ​ວຸດວ​ິດ​ກັນ ສະ​ນັ້ນ​ໄຊ​ຊະ​ນະ​ຂອງ​ທ່ານ Sanders ບໍ່​ສົ່ງ​ຜົນ​ສະ​ທ້ອນ​ຫຼາຍ​ເຖິງ​ທີ່​ຕັ້ງ​ເປັນ​​ຜູ້​ອອກ​ສະ​ໝັກ​ຮັບ​ເລື​ອກ​ຕັ້ງ​ອັນ​ດັບ​ໜຶ່ງ​ຂອງ​ທ່ານ​ນາງ Clinton.

ຂ່າວ/ບົດ​ອື່ນ