ມ້​າງ​ທຳ​ລາຍ​ກົນ​ອຸ​ບາຍ​ກໍ່​ລັດ​ຖະ​ປະ​ຫານ ຢູ່ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ

(VOVWORLD) - ວັນທີ 19 ພຶດສະພາ, ກຳລັງປະກອບອາວຸດ ສາທາລະນະລັດ ປະຊາທິປະໄຕ ກົງໂກ ເຮັດໃຫ້ກົນອຸບາຍກໍ່ລັດຖະປະຫານ ແນໃສ່ໂຄ່ນລົ້ມອຳນາດການປົກຄອງຂອງປະເທດນີ້ບໍ່ມີຜົນສັກສິດ, ພ້ອມທັງຈັບຕົວຜູ້ຖືກສົງໄສຈຳນວນໜຶ່ງ.
ມ້​າງ​ທຳ​ລາຍ​ກົນ​ອຸ​ບາຍ​ກໍ່​ລັດ​ຖະ​ປະ​ຫານ ຢູ່ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ - ảnh 1ນາຍທະຫານ ສາທາລະນະລັດ ປະຊາທິປະໄຕ ກົງໂກ ເຝົ້າປະຈຳຢູ່ເຂດຊານເມືອງOicha (ພາບ:  AFP/TTXVN)

ໃນແຈ້ງການອອກທາງໂທລະພາບ, ທ່ານ Sylvain Ekenge ໂຄສົກຂອງກອງທັບ ສາທາລະນະລັດ ປະຊາທິປະໄຕ ກົງໂກ, ໃຫ້ຮູ້ວ່າ ບັນດາກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ມ້າງທຳລາຍກົນອຸບາຍກໍ່ລັດຖະປະຫານຢູ່ນະຄອນຫຼວງ Kinshasa. ກົນອຸບາຍກໍ່ລັດຖະປະຫານນີ້ ມີທັງການເຂົ້າຮ່ວມຂອງຊາວຕ່າງປະເທດ, ແຕ່ທ່ານ Sylvain Ekenge ບໍ່ເຜີຍໃຫ້ຮູ້ຢ່າງລະອຽດວ່າ ແມ່ນຊາວປະເທດໃດ.

              ປັດຈຸບັນ, ກອງທັບຄວບຄຸມສະພາບການໄດ້ແລ້ວ ແລະ ປະຊາຊົນນະຄອນຫຼວງສາມາດເດີນທາງໄປມາຢ່າງອຸ່ນອ່ຽນໃຈ.


ຕອບກັບ

ຂ່າວ/ບົດ​ອື່ນ