ມາດ​ຕະການ​ປ້ອງ​ກັນ, ສະກັດ​ກັ້ນ ​ແລະ ສະພາບ​ການ​​ໂລກ​ລະບາດ​​ໂຄ​ວິດ -​19 ຢູ່​ຫວຽດນາມ

(VOVWORLD) - ເວລາ 18 ໂມງຂອງວັນທີ 20 ສິງຫາ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ແຈ້ງໃຫ້ຊາບວ່າມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ ຕື່ມອີກ 14 ຄົນ, ໃນນັ້ນ ມີ 2 ຄົນກັບມາຈາກຕ່າງປະເທດ, ຢູ່ດ່າໜັງມີ 11 ຄົນ ແລະ 01 ຄົນ ຢູ່ແຂວງກວ໋າງນາມ.

   ເປັນອັນວ່າ, ໄລ່ຮອດເວລາ  18 ໂມງຂອງວັນທີ 20 ສິງຫາ: ຫວຽດນາມ ໄດ້ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 1.007 ຄົນ, ມີຜູ້ເສຍຊີວິດ 25 ຄົນ ແລະ 542 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.

ມາດ​ຕະການ​ປ້ອງ​ກັນ, ສະກັດ​ກັ້ນ ​ແລະ ສະພາບ​ການ​​ໂລກ​ລະບາດ​​ໂຄ​ວິດ -​19 ຢູ່​ຫວຽດນາມ - ảnh 1 ນະຄອນຮ່າໂນ້ຍ ຍູ້ໄວຄວາມຄືບໜ້າຂອງການກວດວິໄຈ PCR ໃຫ້ແກ່ຜູ້ທີ່ກັບມາຈາກນະຄອນດ່າໜັງ ນັບແຕ່ວັນທີ 15 ກໍລະກົດ ຫາວັນທີ 29 ກໍລະກົດ (ພາບ: VTV)

        ຕໍ່ໜ້າສະພາບອັນສັບສົນຂອງໂລກລະບາດໂຄວິດ - 19, ນະຄອນຮ່າໂນ້ຍ ໄດ້ສຸມໃສ່່ຍົກສູງກໍາລັງຄວາມສາມາດກວດວິໄຈຫາເຊື້ອ ແລະ ສືບຕໍ່ກວດກາຄືນ, ຍູ້ໄວຄວາມຄືບໜ້າຂອງການກວດວິໄຈ PCR ໃຫ້ແກ່ຜູ້ທີ່ກັບມາຈາກນະຄອນດ່າໜັງ ນັບແຕ່ວັນທີ 15 ກໍລະກົດ ຫາວັນທີ 29 ກໍລະກົດ. ສ່ວນຢູ່ແຂວງກວ໋າງນາມ, ຄະນະກໍາມະການປະຊາຊົນແຂວງກວ໋າງນາມ ໄດ້ຊີ້ນໍາຂະຫຍາຍເຂດແຍກຕົວຕື່ມອີກ 04 ແຫ່ງ ເພື່ອຮັບປະກັນການແຍກຕົວພົນລະເມືອງຢູ່ເຂດທ້ອງຖິ່ນອື່ນໆທີ່ເກີນຂອບຂະໜາດມາປະຕິບັດການແຍກຕົວຢູ່ ກວ໋າງນາມ ຖືກຕ້ອງຕາມຂໍ້ກໍານົດ. ບໍ່ພຽງແຕ່ເທົ່ານັ້ນ, ໃນວັນທີ 19 - 20 ສິງຫາ, ບັນດາອົງການມີໜ້າທີ່ຂອງຫວຽດນາມ ຍັງມານະພະຍາຍາມສົມທົບກັບບັນດາອົງການມີໜ້າທີ່ຂອງ ອາເມລິກາ ເພື່ອຈັດຖ້ຽວບິນນໍາສົ່ງພົນລະເມືອງຫວຽດນາມກວ່າ 340 ຄົນ ກັບເມືອປະເທດ ຕາມຄວາມມຸ່ງມາດປາດຖະໜາຂອງພົນລະເມືອງຫວຽດນາມ ອາໄສຢູ່ຕ່າງປະເທດ.  

ຕອບກັບ

ຂ່າວ/ບົດ​ອື່ນ