ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid – 19 ຢູ່ຫຼາຍ​ປະ​ເທດ

(VOVWORLD) -ວັນທີ 2 ເມສາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ລົງນາມໃນລັດຖະບັນຍັດຮຽກຮ້ອງໃຫ້ສ້າງຂໍ້ກຳນົດພິເສດວ່າດ້ວຍການເຄື່ອນໄຫວໄປມາຂອງປະຊາຊົນກໍ່ຄືບັນດາພາຫະນະຄົມມະນາຄົມໃນທົ່ວປະເທດເພື່ອແນໃສ່ສະກັດກັ້ນໂລກລະບາດ Covid – 09 ແຜ່ລາມ. ລັດຖະບັນຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບັນດາເຂດວາງອອກຂໍ້ກຳນົດພິເສດ, ກໍ່ຄືຮັບປະກັນການປະຕິບັດບັນດາມາດຕະການຈຳກັດຕ່າງໆເພື່ອສະກັດກັ້ນໂລກລະບາດ Covid -19.
ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid – 19 ຢູ່ຫຼາຍ​ປະ​ເທດ - ảnh 1

ຕຳຫຼວດລັດເຊຍໄປລາດຕະເວນຢູ່ສະໜາມຫຼວງແດງຢູ່ ມົດສະກູ ໃນວັນທີ 30 ມີນາ ປີ 2020

(ພາບ: AFP/TTXVN)

ຢູ່ອັງກິດ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີຢ່າງແຮງຕໍ່ກໍລະນີກວດຫາເຊື້ອໄວຣັດ SARS – CoV- 2 ໃນສະພາບການທີ່ອັງກິດໄດ້ຢັ້ງຢືນວ່າໃນສອງວັນຕິດຕໍ່ກັນນີ້ ມີຜູ້ເສຍຊີວິດກ່ວາ 500 ຄົນໃນແຕ່ລະວັນ. ຕາມທ່ານ Johnson ແລ້ວ, ການກວດຫາເຊື້ອແມ່ນວິທີການຮັບມືຢ່າງມີປະສິດທິຜົນໃນສະພາບການໂລກລະບາດຄືໃນປັດຈຸບັນ.

ວັນທີ 2 ເມສາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ນຳໃຊ້ກົດດຳລັດວ່າດ້ວຍການຜະລິດທາງປ້ອງກັນຊາດເພື່ອໃຫ້ບັນດາວິສາຫະກິດຜະລິດເຄື່ອງຊ່ວຍຫາຍໃຈໃຫ້ແກ່ຜູ້ຕິດເຊື້ອພະຍາດ Covid – 19. ການກະທຳດັ່ງກ່າວໄດ້ຮັບການປະຕິບັດໃນສະພາບການທີ່ອາເມລິກາພວມປະເຊີນໜ້າກັບສະພາບການວິກິດທາງອຸປະກອນການແພດເພື່ອປິ່ນປົວໃຫ້ແກ່ຄົນເຈັບທີ່ເປັນ Covid – 19 ຍ້ອນວ່າຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໄດ້ເພີ່ມຂຶ້ນຢ່າງວ່ອງໄວ.

        ວັນທີ 3 ເມສາ, ລັດຖະບານຍີ່ປຸ່ນໄດ້ຕົກລົງໜູນຊ່ວຍເງິນສົດ200.000 yen (ປະມານ 1.850 USD) ໃຫ້ແກ່ແຕ່ລະຄອບຄົວທີ່ມີລາຍຮັບຫຼຸດລົງຍ້ອນຜົນກະທົບຈາກໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ