ມາດຕະການລົງໂທດຂອງລັດເຊຍສົ່ງຜົນສະທ້ອນເຖິງຕວກກີ

ມາດຕະການລົງໂທດຂອງລັດເຊຍສົ່ງຜົນສະທ້ອນເຖິງຕວກກີ - ảnh 1
ປະ​ທາ​ນາ​ທ​ໍ​ບໍ​ດີ​ລັດ​ເຊຍ Vladimir Putin
(ພາບ​ປະ​ກອບ)

(vovworld) - ​​ການຕັດ​ສິນ​ຂອງວົງ​ການ​ການ​ນຳ​ຕວກ​ກີ ​ກ່ຽວ​ກັບ​ການຍິງ​ເຮືອ​ບິນ​ຖິ້ມ​ລະ​ເບີດ​​ຂອງ​ລັດ​ເຊຍ ຕົກ ໃນ​ເຂດ​ນ່ານ​ຟ້າ​ຊີ​ຣີ ຈະ​ກໍ​ຄວາມ​ເສຍ​ຫາຍ​ເຖິງ 4 ​​ຂົງເຂດຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຕວກ​ກີ. ທ່ານ​ປະ​ທານກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສາ​ກົນ​ຂອງ​ສະ​ພ​າ​ຕໍ່​າ​ລັດ​ເຊຍ Alexei Puskov ໄດ້​ຕີ​ລາ​ຄາ​ຄື​ແນວ​ນັ້ນ ກ່ຽວ​ກັ​ບ​ລັດ​ຖະ​ດຳ​ລັດ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຕວກ​ກີ ​ໂດຍປະ​ທາ​ນາທິ​ບໍ​ດີ​ລັດ​ເຊຍ Vladimir Putin ເຊັນ​ໃນ​ວັນ​ທີ 28/11. ຕາ​ມ​ທ່ານ Alexei Puskov ແລ້ວ, 4 ​ຂົງເຂດ​ຖືກ​​ຮັບຜົນ​ສະ​ທ້ອນ​ລວ​ມ​ມີ: ການ​ທ່ອງ​ທ່ຽວ, ບັນ​ດາ​ບໍ​ລິ​ສັດ​ຕວກ​ກີ​ເຄື່ອນ​ໄຫວ​ຕາມ​ສັນ​ຍາ​ຢູ່​ລັດ​ເຊຍ, ບັນ​ດາ​ໂຮ​ງ​ງານ​ຕວກ​ກີ ​ຜະ​ລິດ​ສິນ​ຄ້າສົ່ງ​ອອກ​ໄປ​ຍັງ​ລັດ​ເຊຍ ແລະ ສຸດ​ທ້າຍ​ແມ່ນ​ງົບ​ປະ​ມານ​ຂອ​ງ​ຕວກ​ກີ. ແຕ່​ວ່າ, ຕາມ​ທ່ານ Alexei Puskov ແລ້ວ, ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ລັດ​ເຊຍ ​ກໍໄດ້​ເອົາ​ໃຈ​ໃສ່​​ເຖິງ​ການຫຼຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ໃຫ້​ບັນ​ດາ​ພົນ​ລະ​ເມືອງ​ຕວກ​ກີ ລົງ​ໃນ​ສະ​ດັບ​ຕ່ຳ​ສູດ.

ຂ່າວ/ບົດ​ອື່ນ