ມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ເຂດທົ່ງພຽງແມ່ນ້ຳຂອງ

ມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານ​ລັດຖະມົນຕີ ​ເຈີ່ນ​ຮົ່ງຮ່າ
(ພາບ: baotainguyenmoitruong.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/09 ຢູ່​ແຂວງ ກາ​ເມົາ, ​ໄດ້​ດ​ຳ​ເນີນ​ກອງ​ປະຊຸມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ຄຸ້ມ​ຄອງສັງ​ລວມຊັບພະຍາກອນ​ແຫຼ່ງນ້ຳ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ​ເຈີ່ນ​ຮົ່ງຮ່າ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເນັ້ນ​ໜັກ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້ ​ແລະ ພວມ​ມີ​ໄພ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ເຖິງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ທ່ານ​ລັດຖະມົນຕີ ​ເຈີ່ນ​ຮົ່ງຮ່າ ​ໃຫ້​ຮູ້​ວ່າ:

        “ຕໍ່ຜົນ​ກະທົບ​ຈາກ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ປະຈຸ​ບັນເຂດ​ທົ່ງພຽງ​ແມ່​ນ້ຳຂອງ ບໍ່​ແມ່ນ​​ເຂດ​ດິນ​​ທີ່ອຸດົມສົມ​ບຸນ ນຳ​ມາ​ເຊິ່ງ​ໂອກາດ​ຫາ​ເງິນ​ລ້ຽງ​ຊີບ​ອັນ​ຍາວ​ນານ​ຄື​ກ່ອນ​ນີ້ ​ດັ່ງ​ນັ້ນ ພວກ​ເຮົາ​ຕ້ອງ​ປ່ຽນ​ແປງ​ຈິນຕະນາການ​ພັດທະນາ, ບໍ່​ພຽງ​ແຕ່​ອີງ​​​​ໃສ່ບັນດາ​ບຸລິມະສິດ​ຈາກ​ທຳ​ມະ​ຊາດ​ດົນ​ບັນດານ​ເທົ່າ​ນັ້ນ ຫາກ​ຕ້ອງ​ອີງ​ໃສ່​ພູມ​ປັນຍາ, ຄວາມ​ຮູ້, ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງອີກ​ດ້ວຍ. ຫັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ​ສຳລັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ກາຍ​ເປັນ​ກາລະ​ໂອກາດ​ພັດທະນາ​ໃຫ້​ແກ່​ເຂດ​ນີ້”

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ປຶ​ກສາ​ຫາລື, ​ໄຈ້​ແຍກ​ບັນດາ​ຜົນ​ກະທົບ, ຜົນ​ສະທ້ອນການ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ​ສຳລັບ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

ຂ່າວ/ບົດ​ອື່ນ