ມາດຕະການໃຫ້ຊາວກະສິກອນເມື່ອຫວຽດນາມເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ(TPP)


ມາດຕະການໃຫ້ຊາວກະສິກອນເມື່ອຫວຽດນາມເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ(TPP) - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສູນ​ກາງ​ສະມາຄົມ​
ຊາວ​ກະສິກອນ ຫວຽດນາມ
(ພາບ: danviet)

(vovworld) - ມາດຕະການ​ໃຫ້​ຊາວ​ກະສິກອນ​ເມື່ອ ​ຫວຽດນາມ ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ນີ້​ແມ່ນ​ຫົວ​ຂໍ້ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຈັດ​ຕັ້ງ​ໃນ​ວັນ​ທີ 12/05 ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຍົກ​ສູງ​ ຄວາມ​ຮັບ​ຮູ້, ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບຜົນ​ກະທົບ​ຂອງ TPP ສຳ​ລັບ​ຂະ​ແໜງ​ກະສິກຳ​ ຫວຽດນາມ, ຈາກ​ນັ້ນ​ຊອກ​ຫາ​ບັນດາ​ມາດ​ຕະການ ຜ່ານ​ຜ່າຄວາມທຸກ​ຍາກ, ຊ່ວຍ​ໃຫ້​ຊາວ​ກະ​ສິກ​ອນພັດທະນາ​ການ​ຜະລິດ, ຍົກ​ສູງ​ຄວາມ​ສາມ​າດ​ແກ່ງ​ແຍ້​ງ ​ແລະ ມີ​ທີ່​ຕັ້ງໝັ້ນຄົງ​ໃນ​ຕະຫລາດ​ສາກົນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເລື່ອງ​ເຂົ້າ​ຮ່ວມ TPP ຈະ​ເປ​ີດ​ຕະຫລາດຈຳໜ່າຍການ​ຜະ​ລິດ​ຕະພັນ​ກະ​ເສດ​ຢ່າງ​ກ້ວາງ​ຂວາງ, ພິ​ເສດ ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື, ການ​ລົງ​ທຶນ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ເຂົ້າ ຫວຽດນາມ, ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​ກະສິກຳ ຫວຽດນາມ ສຳຜັດ​ກັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີການ​ຜະລິດ​ໃໝ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ຄຽງ​ຂ້າງ​ບັນດາ​ຄວາມ​ສະດວກ ຫວຽດນາມ ຍັງ​ຕ້ອງ​ຮັບ​ມື​ກັບ​ການ​ທ້າ​ທາຍ​ອີກ, ບັນດາ​ຜູ້​ແທນ​ຢືນຢັນ​ວ່າ: ມາດ​ຕະການ​ທຳ​ອິດ ​ແລະ ສຳຄັນ​ທີ່​ສຸດ​ແມ່ນ​ໂຄສະນາ ​ເພື່ອ​ໃຫ້​ຊາວ​ກະສິກອນ​ເຂົ້າ​ໃຈ​ແຈ້ງ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ເມື່ອ​ເຂົ້າ​ຮ່ວມ TPP. ພິ​ເສດ ສະມາຄົມ​ຊາວ​ກະສິກອນທຸກ​ຂັ້ນ​ຄວນ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຊາວກະສິກອນ​ຜະ​ລິດ, ດຳ​​ເນີນ​ທຸ​ລະກິດ​ເກ່ັງ​ກັບ​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ນຳ​ຜະລິດ​ຕະພັນ​ອອກ​ສູ່​ຕະຫລາດ.

        ທ່ານ JongHa Bae ຫົວໜ້າ​ຜູ້ຕາງໜ້າ​ອົງການ​ອາຫານ ​ແລະ ການ​ກະ​ເສດຂອງ​ສະຫະ​ປະຊາ​ຊາດ (FAO) ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຕາມ​ບັນດາ​ການ​ຄົ້ນຄວ້າ​ຂອງ FAO ແລ້ວ. ເຂົ້າ​ຮ່ວມ TPP ຫວຽດນາມ ຈະ​ແມ່ນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃຫຍ່​ທີ່​ສຸດ ​ເມື່ອ​​ທຽບ​ໃສ່​ 11 ປະ​ເທດ​ສະມາຊິກ​ອື່ນໆ ​​. ​ເພື່ອ​ໃຫ້​ຊາວ​ກະສິກອນ ຫວຽດນາມ ນຳ​ໃຊ້​ທ່າສະດວກ​ນີ້​ໃຫ້​ໄດ້ ຜູ້ຕາງໜ້າ FAO ຢືນຢັນ​ວ່າ: ທຳ​ອິດ​ແມ່ນຄວນ​ສ້າງກົນ​ໄກ​ບຸລິມະສິດ ​ເພື່ອ​ດຶງ​ດູດ​​ເອກະ​ຊົນ​ລົງທຶນ​ເຂົ້າ​ໃນ​ການພັດທະນາ​ກະສິກຳ.

 

ຂ່າວ/ບົດ​ອື່ນ