ມານະພະຍາຍາມຄວບຄຸມໂລກລະບາດໂຄວິດ-19 ຢູ່ດ່ານັ້ງ

(VOVWORLD) -ມາຮອດປະຈຸບັນ, ສະພາບໂລກລະບາດຢູ່ດ່ານັ້ງ ແມ່ນສາມາດຄວບຄຸມໄດ້ໂດຍພື້ນຖານແລ້ວ
ມານະພະຍາຍາມຄວບຄຸມໂລກລະບາດໂຄວິດ-19 ຢູ່ດ່ານັ້ງ - ảnh 1(ສະພາບໂລກລະບາດຢູ່ດ່ານັ້ງ ແມ່ນສາມາດຄວບຄຸມໄດ້ໂດຍພື້ນຖານແລ້ວ)

ຢູ່ນະຄອນ ດ່ານັ້ງ, ເປັນເວລາເກືອບ 1 ເດືອນຜ່ານມາ, ຖັນແຖວບັນດານັກຊ່ຽວຊານ, ແພດໝໍ, ພາລະກອນການແພດໄດ້ສຸມໃສ່ຕ້ານໂລກລະບາດ, ເບິ່ງແຍງ, ປິ່ນປົວໃຫ້ຜູ້ຕິດໂລກລະບາດໂຄວິດ-19. ປະຈຸບັນ, ສະພາບການໂລກລະບາດຢູ່ດ່ານັ້ງ ສາມາດຄວບຄຸມໄດ້ໂດຍພື້ນຖານແລ້ວ, ບັນດາກໍລະນີຕິດໃໝ່ໄດ້ກວດພົບຢ່າງທັນການ, ດຳເນີນການແຍກຕົວ ແລະ ເປັນເຈົ້າການໃນການວິໄຈຫາເຊື້ອໂຄວິດ-19.

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ, ຫົວໜ້າພາກສ່ວນວຽກງານປະຈຳການພິເສດຂອງກະຊວງສາທາລະນະສຸກຢູ່ນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ.

        “ຢູ່ບັນດາທ້ອງຖິ່ນເຊິ່ງພະແນກສາທາລະນະສຸກຈັດສົ່ງຖັນແຖວໄປຕາງໜ້າໃຫ້ພາກສ່ວນປະຈຳການພິເສດຂອງກະຊວງສາທາລະນະສຸກຢູ່ນະຄອນດ່ານັ້ງ, ພວກຂ້າພະເຈົ້າຕີລາຄາວ່າ ນີ້ແມ່ນຖັນແຖວທີ່ມີສີມືດີທີ່ສຸດ. ມາຮອດປະຈຸບັນ, ຄົນເຈັບຫຼາຍຄົນບໍ່ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈອີກແລ້ວ, ອາການສຸຂະພບຂອງເຂົາເຈົ້າໄດ້ກັບຄືນສູ່ສະພາບເປັນປົກກະຕິ.”

        ມາຮອດປະຈຸບັນ, ສະພາບໂລກລະບາດຢູ່ດ່ານັ້ງ ແມ່ນສາມາດຄວບຄຸມໄດ້ໂດຍພື້ນຖານແລ້ວ, ທ່ານຮອງລັດຖະມົນຕີ ຫງວຽນເຈື່ອງເຊີນ ກໍ່ເນັ້ນໜັກເຖິງຄວາມປະເອີບໃຈ ແຕ່ພວກເຮົາກໍ່ຕ້ອງມີຄວາມລະມັດລະວັງຍ້ອນວ່າ ໂລກລະບາດໂຄວິດ-19 ຢູ່ໃນໂລກ ແລະ ໃນປະຈຸບັນຢູ່ບາງແຂວງ, ນະຄອນຂອງຫວຽດນາມ ກໍ່ຍັງມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ