ມານະພະຍາຍາມນຳການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ລັດເຊຍ ນັບມື້ນັບພັດທະນາ

ມານະພະຍາຍາມນຳການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ລັດເຊຍ ນັບມື້ນັບພັດທະນາ - ảnh 1
ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ
(ພາບ:Nguyễn Khang/TTXVN)

(vovworld) - ​​​ໃນ​ການ​ຕ້ອນຮັບ​ທ່ານ​ພົນ​ເອກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ Sergie Shoigu ​ແລະ ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ສະຫະພັນ ລັດ​ເຊຍ ​ໃນ​ຕອນ​ເຊົ້າ​ວັນ​ທີ 5/3 ຢູ່ ຮ່າ​ໂນ​້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້ຊົມເຊີຍ​ທ່ານ​ພົນ​ເອກ Sergie Shoigu ພາຍຫຼັງດຳລົງ​​ຕຳ​ແໜ່​ງ​ໃໝ່ ​ໄດ້​ມາຢ້ຽມຢາມ ​ຫວຽດນາມ, ພ້ອມ​ທັງ​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ເຈລະຈາ ລະຫວ່າງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟຸ່ງກວາງ​ແທງ ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ  Sergie Shoigu ແລະ ເຊື່ອ​ໝັ້ນ​ວ່າ: ໝາກຜົນ​ຂອງການ​ຢ້ຽມຢາມ​ຂອງ​ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ   ຢູ່ ຫວຽດນາມ ຄັ້ງ​ນີ້ ຈະ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ. ຢັ້ງຢືນ ຫວຽດນາມ​ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ສະຫະພັນ ລັດ​ເຊຍ ສືບ​ຕໍ່​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ນັບ​ມື້​ນັບ​ພັດທະນາ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຫວັງ​ວ່າ: ​ໃນ​ຖະນາ​ຕຳ​ແໜ່​ງ​ໃໝ່, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Sergie Shoigu ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ ສືບ​ຕໍ່​ພັດທະນາ ​ແລະ ຮັກສາຢູ່​ລະດັບ​ສູງ, ​​ເມື່ອ​ມີ​ບັນດາ​ຄະນະ​ຜູ້​ແທນ​ຂອງ ຫວຽດນາມ ​ໄປ​ຍັງ ສະຫະ​ພັນ ລັດ​ເຊຍ ​ແລະ ບັນດາ​ຄະນະຜູ້​ແທນ​ຂ​ອງ ສະຫະພັນ ລັດ​ເຊຍ ມາ​ຍັງ ຫວຽດນນາມ, ລ້ວນ​ແຕ່​ສະ​ຫງວນ​ບັນດາ​ນ້ຳ​ໃຈ​ທີ່​ດີງາມໃຫ້​ກັນ​.

        ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ Sergie Shoigu ຢັ້ງຢືນ​ວ່າ: ​ໃນ​ຖານະ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈະ​ເຮັດ​ຈົດສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ ​ແລະ ​ເຕັກນິກ​ການ​ທະຫານ​ເຊິ່ງ 2 ຝ່າຍໄດ້​ເປັນ​ເອກະ​ພາບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ.   

      ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ໃນການເຈລະຈາລະຫວ່າງ ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ, 2 ຝ່າຍໄດ້ປຶກສາຫາລືບາງບັນຫາທີ່ກ່ຽວຂ້ອງເຖິງສະຖານະການໂລກ, ພາກພື້ນ ແລະ ແຕ່ລະປະເທດ, ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ. ກ່ຽວກັບທິດທາງການຮ່ວມມື ດ້ານການ​ປ້ອງ​ກັນຊາ​ດ​ໃນ​ໄລຍະ​ທີ່​ຈະ​ເຖິງ, ທ່ານລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດທັງ 2 ​ໄດ້​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ການພົບ​ປະ​ແລກປ່ຽນ, ຍົກ​ອອກ​ການ​ກຳນົດ​ທິດ​ລະອຽດ, ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ-ລັດ​ເຊຍ​ໃຫ້​ຂຶ້ນສູ່​ລະດັບ​ສູງ​ໃໝ່, ມີປະສິດທິ​ຜົນ, ​ແທດ​ຈິງ, ສອດຄ່ອງ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ທຽບ​ເທົ່າ​ກັບ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ :

     “ 2 ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ກອງທັບ​ຂັ້ນ​ຕ່າງໆ​ຂອງ 2 ປະ​ເທດ, ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ໃນ​ການ​ກໍ່ສ້າງ​ກອງທັບ, ຄຸ້ມ​ຄອງ​ລັດ​ດ້ານ​ປ້ອງ​ກັນຊາ​ດ. 2 ຝ່າຍ​ເປັນ​ເອກະສັນ​ກັນ​ຮ່ວມມື​ກໍ່​ສ້າງພະນັກງານ, ພາລະ​ກອນ​ເຕັກນິກ​ກອງທັບ​ຂອງ​ຫວຽດນາມ​ຢູ່​ລັດ​ເຊຍ. ຫວຽດນາມ​ຈະ​ສືບ​ຕໍ່​ຊື້​ອາວຸດ​ຍຸດທະ​ພັນ​ຈາກ​ລັດ​ເຊຍ. ບັນດາ​ເຫຼົ່າ​ທັບ​ຂອງ​ຫວຽດນາມ​ຈະ​ຮ່ວມ​ມື 2 ຝ່າຍ​ກັບ​ລັດ​ເຊຍ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ. 

 

ຂ່າວ/ບົດ​ອື່ນ