ມານະພະຍາຍາມປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະໃຫ້ແກ່ນະຄອນ ໂຮ່ຈີມິນ

(VOVWORLD) - ເພື່ອໃຫ້ມະຕິເຂົ້າສູ່ຊີວິດຕົວຈິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງເປັນເຈົ້າການ, ທັນການ, ຕິດພັນກັບສະພາບຕົວຈິງ, ມີການກະທຳຢ່າງຂ້ຽວຂາດເພື່ອບັນລຸປະສິດທິຜົນຕົວຈິງ.
ມານະພະຍາຍາມປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະໃຫ້ແກ່ນະຄອນ ໂຮ່ຈີມິນ - ảnh 1ທີ່ການເຮັດວຽກ
(ພາບ: TTXVN)

        ຕອນບ່າຍວັນທີ 07 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານການເຮັດວຽກທາງໄກຂອງຄະນະປະຈຳລັດຖະບານ ກັບນະຄອນ ໂຮ່ຈີມິນ ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ໂຮ່ຈີມິນ.

        ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ເນັ້ນໜັກວ່າ, ການ ສ້າງ ແລະ ຜັນຂະຫຍາຍກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ໂຮ່ຈີມິນ ແມ່ນໜ້າທີ່ລວມ ຄືດັ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຄີຍຍົກອອກມາແມ່ນ “ທົ່ວປະເທດເພື່ອນະຄອນ ໂຮ່ຈີມິນ, ນະຄອນ ໂຮ່ຈີມິນ ເພື່ອທົ່ວປະເທດ”. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ເພື່ອໃຫ້ມະຕິເຂົ້າສູ່ຊີວິດຕົວຈິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງເປັນເຈົ້າການ, ທັນການ, ຕິດພັນກັບສະພາບຕົວຈິງ, ມີການກະທຳຢ່າງຂ້ຽວຂາດເພື່ອບັນລຸປະສິດທິຜົນຕົວຈິງ.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃນການຈັດຕັ້ງປະຕິບັດ, ຕ້ອງກວດກາ, ກະຕຸກຊຸກຍູ້ເປັນປະຈຳ; ຖ້າເກີດຄວາມຫຍຸ້ງຍາກ, ຂໍ້ຕິດຂັດຈະສືບຕໍ່ປະກາດເອກະສານແນະນຳ; ຕັດສິນໃຈປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະສະຫງວນໃຫ້ນະຄອນ ໂຮ່ຈີມິນ ໃຫ້ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ