ມານະພະຍາຍາມຮັບປະກັນຄວາມໝັ້ນຄົງດ້ານພະລັງງານຢູ່ພາກພື້ນ

ມານະພະຍາຍາມຮັບປະກັນຄວາມໝັ້ນຄົງດ້ານພະລັງງານຢູ່ພາກພື້ນ - ảnh 1
ມານະພະຍາຍາມຮັບປະກັນຄວາມໝັ້ນຄົງດ້ານພະລັງງານຢູ່ພາກພື້ນ
(ພາບປະກອບ: Vietnam+)


(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ພະລັງງານອາ​ຊຽນ ຄັ້ງ​ທີ 33 (AMEM 33) ​ແລະ ບັນດາ​ກອງ​ປະຊຸ​ມທີ່​ກ່ຽວ​ຂ້ອງ, ວັນ​ທີ 08/10, ຢູ່​ນະຄ​ອນຫຼວງ​ຫົວລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊ​ີຍ, ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ພະລັງງານ​ອາ​ຊຽນ ​ແລະ 3 ປະ​ເທດຄູ່​ຮ່ວມ​ມື ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາ​ຫຼີ (AMEM +3) ຄັ້ງ​ທີ 12 ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ພະລັງງານ​ອາຊີ​ຕາ​ເວັນ​ອອກ ຄັ້ງ​ທີ 9 (EAS EMM 9). ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຮ່ວາງ​ກວກ​ເວື້ອງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ດັ່ງກ່າວ. ດ້ວຍ​ຫົວ​ຂໍ້​ຮ່ວມ​ມື​ດ້ານ​ພະລັງງານ​ອາ​ຊຽນ ປີ 2015 “ພະລັງງານ​ອາ​ຊຽນ ມຸ່ງ​ໄປ​​ເຖິງ​ປະຊາ​ຄົມ​ຂຽວ​ກວ່າ”, ທ່ານ ຮ່ວາງ​ກວກ​ເວື້ອງ ​ໄດ້​ແບ່ງປັນ​ທັດ​ສະ​ນະຂອງ​ບັນດາ​ປະ​ເທດ​ຕ້ອງ​ຄົ້ນ​ຄ້ວາ​ຮັບປະກັນ​ຄວາມ​ກົມ​ກ່ຽວ​ລະຫວ່າງ​ບັນດາມາດ​ຕະຖານຕ່າງໆ ກໍ​ຄື​ມີ​ບັນດາ​ຂໍ້​ກຳນົດທີ່​ເໝາະ​ສົມ​ເພື່ອ​ຮັບປະກັນ​ການ​ເຊື່ອມ​ຕໍ່ດ້ານ​ພະລັງງານ.

ຂ່າວ/ບົດ​ອື່ນ