ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ,ທາດພິດເຄມີ/ດີໂອຊິນຢູ່ຫວຽດນາມ

(VOVWORLD) -ທ່ານພົນໂທ ຫງວຽນຈິ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະເໜີໃຫ້ຄະນະຊີ້ນຳ 701 ສືບຕໍ່ກວດກາ, ສ້າງເອກະສານດ້ານກົດໝາຍ, ໂຄງການ, ແຜນການແຫ່ງຊາດສະບັບຕ່າງໆໃຫ້ສົມບູນແບບ
ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ,ທາດພິດເຄມີ/ດີໂອຊິນຢູ່ຫວຽດນາມ - ảnh 1ທ່ານພົນໂທ ຫງວຽນຈິ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
(ພາບ: TTXVN)

ຕອນເຊົ້າວັນທີ 08 ມັງກອນ, ຢູ່ຮ່າໂນ້ຍ, ອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ແລະ ທາດພິດເຄມີພາຍຫຼັງສົງຄາມຢູ່ຫວຽດນາມ (ຄະນະຊີ້ນຳ 701) ໄດ້ຈັດກອງປະຊຸມສະຫຼຸບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເມີດ ແລະ ທາດພິດເຄມີ/ດີໂອຊິນພາຍຫຼັງສົງຄາມຢູ່ຫວຽດນາມ ໄລຍະ 2016 – 2020, ກຳນົດທິດທາງ, ໜ້າທີ່ຈຸດສຸມໃນໄລຍະ 2021 – 2025.

        ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈິ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະເໜີໃຫ້ຄະນະຊີ້ນຳ 701 ສືບຕໍ່ກວດກາ, ສ້າງເອກະສານດ້ານກົດໝາຍ, ໂຄງການ, ແຜນການແຫ່ງຊາດສະບັບຕ່າງໆໃຫ້ສົມບູນແບບ, ຮັບປະກັນໃຫ້ເໝາະສົມກັບສະພາບຕົວຈິງ, ຈາກນັ້ນຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ແລະ ທາດພິດເຄມີພາຍຫຼັງສົງຄາມຢູ່ຫວຽດນາມ. ພ້ອມກັນນັ້ນ, ກໍ່ຍູ້ແຮງວຽກງານໂຄສະນາ, ຂົນຂວາຍແຫຼ່ງກຳລັງຢູ່ພາຍໃນປະເທດ, ສາກົນ ເພື່ອກ້າວໄປເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ແລະ ທາດ ພິດເຄມີ/ດີໂອຊິນພາຍຫຼັງສົງຄາມເຊິ່ງໄດ້ສົນຜົນກະທົບຕໍ່ມະນຸດ, ສິ່ງແວດລ້ອມຢູ່ຫວຽດນາມ ໃຫ້ໝົດກ້ຽງ.

ຕອບກັບ

ຂ່າວ/ບົດ​ອື່ນ