ມາຣົກແລະຝຣັ່ງເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍຍເນື່ອງໃນໂອກາດເອີໂຣ2016

ມາຣົກແລະຝຣັ່ງເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍຍເນື່ອງໃນໂອກາດເອີໂຣ2016 - ảnh 1
ກຳລັງຕຳຫຼວດຊ້ອມຮົບ
(ພາບ:AFP/ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 1/6, ໜັງສືພິມ​ Al Massae ລາຍ​ວັນຂອງ ມາຣົກ ​ໄດ້​ໃຫ້​ຂ່າວ​ວ່າ: ​ເຈົ້າ​ໜ້າ​ທີ່ ຝຣ່ັງ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ ມຣົກ ​ໃນ​ການ​ເຄື່ອນ​ໄຫວ​ຕ້ານ​ການ​ກໍ່​ການ​ຮ້າຍ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ໃຫ້​ລາງວັນ​ ​ບານ​ເຕະ ​ເອີ​ລົບ ຊິງຊະນະ​ເລີດ ( ​ເອີ​ໂຣ 2016) ​ໃກ້​ຈະ​ຈັດ​ຕັ້ງ​ຢູ່ ຝຣັ່ງ. ໜັງສືພິມ​ສະບັບ​ນີ້​ເນັ້ນ​ໜັກວ່າ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ຝຣັ່ງ ​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ ມາ​ຣົກ ຍ້ອນ​ໃນ​ໄລຍະ​ຜ່ານ​ມາ 2 ຝ່າຍພ້ອມ​ກັນ​ແກ້​ໄຂ​ຫຼາຍ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ. ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ ມາຣົກ ​ຈະ​ສົມທົບ​ກັບ​ຝ່າຍ ຝຣ່ັງ​ໃນ​ບັ້ນ​ຮົບ​ນີ້​ໃນ​ໄລຍະ​ກ່ອນ ​ແລະ ​ໃນ​ເວລາ​ຈັດ​ຕັ້ງ ​ເອີ​ໂຣ 2016. ຕາມ​ນັ້ນ​ແລ້ວ, ຝ່າຍ​ ມາຣົກ ຈະ​ສະກັດ​ກັ້ນ​ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ​ທີ່ມີ​ກົນອຸ​ບາຍ​ແຊກ​ຊຶມ​ເຂົ້າ ຝຣັ່ງ ຈາກ ມາ​ຣົກ, ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສືບ​ລາຊະກາ​ນລັບ​ກ່ຽວ​ກັບ​ລາຍ​ຊື່ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ​ທ່ີ​ຝ່າຍ ມາຣົກ ຮູ້ຈັກ.


ຂ່າວ/ບົດ​ອື່ນ