ມາ​ເລ​ເຊຍ ຍົກ​ອອກວິ​ວັດ​ທະ​ນາ​ການ Timor Leste ເຂົ້າ​ເປັນ​ສະ​ມາ​ຊິກ

(VOVWORLD) -ທ່ານ Anwar Ibrahim  ຢັ້ງຢືນວ່າ ມາເລເຊຍ ຈະສືບຕໍ່ໜູນຊ່ວຍ Timor Leste ໃນບັນດາຂົງເຂດພັດທະນາສັງຄົມ, ຄວາມໝັ້ນຄົງ ແລະ ເສດຖະກິດ. ຜ່ານການພົບປະຄັ້ງນີ້.
ມາ​ເລ​ເຊຍ ຍົກ​ອອກວິ​ວັດ​ທະ​ນາ​ການ Timor Leste ເຂົ້າ​ເປັນ​ສະ​ມາ​ຊິກ - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ພົບປະກັບທ່ານປະທານາທິບໍດີ Timor Leste Jose Ramos-Horta (ພາບ: ຫ້ອງວ່າການນາຍົກລັດຖະມົນຕີ ມາເລເຊຍ)

ວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໃຫ້ຮູ້ວ່າ ມາເລເຊຍໃຫ້ຄຳໝັ້ນສັນຍາ ສືບຕໍ່ສົມທົບກັບບັນດາປະເທດສະມາຊິກ ອາຊຽນ ກ່ຽວກັບວິວັດທະນາການສົ່ງເສີມການນຳ Timor Leste ກາຍເປັນສະມາຊິກທີ 11 ຂອງ ອາຊຽນ. ໃນ Facebook ສ່ວນຕົວພາຍຫຼັງການພົບປະກັບທ່ານປະທານາທິບໍດີ Timor Leste Jose Ramos-Horta ທີ່ພວມມີການຢ້ຽມຢາມ ມາເລເຊຍ, ທ່ານ Anwar Ibrahim  ຢັ້ງຢືນວ່າ ມາເລເຊຍ ຈະສືບຕໍ່ໜູນຊ່ວຍ Timor Leste ໃນບັນດາຂົງເຂດພັດທະນາສັງຄົມ, ຄວາມໝັ້ນຄົງ ແລະ ເສດຖະກິດ. ຜ່ານການພົບປະຄັ້ງນີ້, ການນຳສອງທ່ານ ສາມາດຕີລາຄາຄວາມຄືບໜ້າໃນການຮ່ວມມືລະຫວ່າງ ມາເລເຊຍ ກັບ Timor Leste ແລະ ຄົ້ນຫາບັນດາຂົງເຂດຮ່ວມມືໃໝ່. ທ່ານຫວັງວ່າ ການພົວພັນສອງຝ່າຍຈະສືບຕໍ່ໄດ້ຮັບການເພີ່ມທະວີຜ່ານບັນດາຂົງເຂດຮ່ວມມືທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ