ມາ​ເລ​ເຊຍ ຍື່ນ​ໃບ​ຄຳ​ຮ້ອງ​ຂໍເຂົ້າ​ຮ່ວມ BRICS

(VOVWORLD) -ມາເລເຊຍ ໄດ້ຍື່ນໃບຄຳຮ້ອງຂໍເຂົ້າຮ່ວມກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າໂລກ (BRICS) ເຖິງ ລັດເຊຍ, ເຊິ່ງເປັນປະເທດປະທານໝູນວຽນຂອງ BRICS. 
ມາ​ເລ​ເຊຍ ຍື່ນ​ໃບ​ຄຳ​ຮ້ອງ​ຂໍເຂົ້າ​ຮ່ວມ BRICS - ảnh 1ທຸງຊາດບັນດາປະເທດສະມາຊິກ (ພາບ: AFP/TTXVN)

ວັນທີ 28 ກໍລະກົດ, ສຳນັກຂ່າວສານ Bernama ຂອງ ມາເລເຊຍ ໄດ້ຄັດຄຳສະເໜີຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ໃຫ້ຮູ້ວ່າ ປະເທດນີ້ ໄດ້ຍື່ນໃບຄຳຮ້ອງຂໍເຂົ້າຮ່ວມກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າໂລກ (BRICS) ເຖິງ ລັດເຊຍ, ເຊິ່ງເປັນປະເທດປະທານໝູນວຽນຂອງ BRICS. ໃນໃບຄຳຮ້ອງ, ມາເລເຊຍ ໄດ້ສະແດງຄວາມພ້ອມເຂົ້າຮ່ວມກຸ່ມ ດ້ວຍຖານະເປັນປະເທດສະມາຊິກ ຫຼື ຄູ່ຮ່ວມມືຍຸດທະສາດ.

        ກໍໃນວັນດຽວກັນ, ກະຊວງການຕ່າງປະເທດ ມາເລເຊຍ ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ລັດເຊຍ ໄດ້ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ມາເລເຊຍ ເຂົ້າຮ່ວມກຸ່ມນີ້. ຕາມຖະແຫຼງການແລ້ວ, ຄຳໝັ້ນສັນຍາດັ່ງກ່າວໂດຍທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຝາກເຖິງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ທີ່ການພົບປະກັນໃນການຢ້ຽມຢາມ ອາຊີຕາເວັນອອກສ່ຽງໃຕ້ໃນລະຫວ່າງວັນທີ 27 – 28 ກໍລະກົດ ຂອງທ່ານ Lavrov. ທ່ານນາຍົກລັດຖະມົນຕີ Anwar ແລະ ທ່ານ  Lavrov ໄດ້ປຶກສາຫາລືກ່ຽວກັບສາຍພົວພັນສອງຝ່າຍໃນໄລຍະຍາວລະຫວ່າງ ມາເລເຊຍ ແລະ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ