ມາ​ເລ​ເຊຍ ທົດ​ລອງສຳ​ເລັດ​ອິນ​ເຕີ​ເນັດ 5.5G ​ທຳ​ອິດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -  ເຕັກໂນໂລຢີ 5.5G ສາມາດບັນລຸໄດ້ລະດັບຄວາມໄວຂຶ້ນເຖິງ 8Gbps, ຜ່ານນັ້ນ ໝັ້ນໝາຍວ່າ ມີຄວາມສາມາດບົ່ມຊ້ອນປົວແປງລະດັບຄວາມໄວການເຊື່ອມຕໍ່ລະຫວ່າງເຄື່ອງອຸປະກອນຕ່າງໆ ດ້ວຍລະດັບຄວາມໄວຂຶ້ນທົບ 10 ເທົ່າ ເມື່ອທຽບໃສ່ອິນເຕີເນັດ 5G.

ວັນທີ 23 ກຸມພາ, ບໍລິສັດໂທລະຄົມມະນາຄົມ Maxis ຂອງ ມາເລເຊຍ ຖະແຫຼງວ່າ ໄດ້ສົມທົບກັບກຸ່ມບໍລິສັດເຕັກໂນໂລຢີ Huawei ຂອງ ຈີນ ຈັດລາຍການທົດລອງໂດຍກົງເຕັກໂນໂລຢີອິນເຕີເນັດ 5.5G ຄັ້ງທຳອິດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຢ່າງສຳເລັດຜົນ.

Maxis ໃຫ້ຮູ້ວ່າ ການທົດລອງນີ້ ໄດ້ພິສູດໃຫ້ເຫັນວ່າເຕັກໂນໂລຢີ 5.5G ສາມາດບັນລຸໄດ້ລະດັບຄວາມໄວຂຶ້ນເຖິງ 8Gbps, ຜ່ານນັ້ນ ໝັ້ນໝາຍວ່າ ມີຄວາມສາມາດບົ່ມຊ້ອນປົວແປງລະດັບຄວາມໄວການເຊື່ອມຕໍ່ລະຫວ່າງເຄື່ອງອຸປະກອນຕ່າງໆ ດ້ວຍລະດັບຄວາມໄວຂຶ້ນທົບ 10 ເທົ່າ ເມື່ອທຽບໃສ່ອິນເຕີເນັດ 5G.

ເຕັກໂນໂລຢີ 5.5G ສາມາດຊ່ວຍວິວັດທະນາການຫັນເປັນດີຈີຕອນ ແລະ ອັດຕະໂນມັດໃນຫຼາຍຂົງເຂດ, ຜ່ານນັ້ນສ້າງເງື່ອນໄຂສະດວກໃຫ້ແກ່ຂະແໜງອຸດສາຫະກຳທີ່ໝູນໃຊ້ເຕັກນິກດີຈີຕອນ ແລະ ຂົງເຂດພັດທະນາລະບົບຄົມມະນາຄົມອັດສະລິຍະ.


 

ຕອບກັບ

ຂ່າວ/ບົດ​ອື່ນ