ມາເລເຊຍ ຜັນຂະຫຍາຍ ບັນດາຍານພາຫະນະຊອກຫາເຮືອບິນທີ່ຫາຍສາບສູນ

ມາເລເຊຍ ຜັນຂະຫຍາຍ ບັນດາຍານພາຫະນະຊອກຫາເຮືອບິນທີ່ຫາຍສາບສູນ - ảnh 1
(ພາບປະກອບ: Vietnam+)

(vovworld) –  ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ພວມ​ຜັນ​ຂະຫຍາຍບັນດາ​ຍານພາ​ຫະນະ​​ເພື່ອຊອກ​ຫາ​ເຮືອ​ບິນທີ່​ຫາຍ​ສາບ​ສູນ​ MH 370 ​ໃນ​ເຂດ​ຊອກ​ຫາ​ໃໝ່ຢູ່​ມະຫາ​ສະ​ມຸດ​ອີນ​ເດຍ​ໃຕ້. ກ່າວ​ຄຳ​ເຫ​ັນທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 06/07, ທ່ານ​ລັດຖະມົນຕີ Hishammuddin Hussein ​ໃຫ້​ຮູ້​ວ່າ ກຳ​ປັ່ນ​ທະຫານ​ມາ​ເລ​ເຊຍ, KD Mutiara ມີ​ຄວາມ​ສາມາດ​ຈັບສັນຍານ​ຄື້ນ​ສຽງ ຈະ​ເຂົ້າ​ຮ່ວມການຊອກ​ຫາ ​ເພື່ອໜູນ​ຊ່ວຍ​ວິວັດ​ການ​ສຳ​ຫຼວດ​ພູມສັນຖານ​ໃນປະຈຸ​ບັນ. ກຳປັ່ນ KD Mutiara ຈະ​ອອກ​ສູ່​ທະ​ເລ​ແຕ່​ວັນ​ທີ 04/08 ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ກຸ່ມ​ບໍລິສັດ Petronas ກໍ່​ຈະ​ຜັນ​ຂະຫຍາຍ​ອຸປະກອນ​ກຳ​ນົດທີ່​ຕັ້ງ​ທີ່​ໃຊ້ຄື້ນ​ສຽງຕິດ​​ໃສ່ເຮືອ​ແມ່ ​ເພື່ອ​ເຂົ້າ​ຮ່ວມ​ການ​ຊອກ​ຫາ. ບັນດາ​ຍານ​ພາ​ຫະນະ​ດັ່ງກ່າວ​ຄາດ​ວ່າ​ຈະ​ໄປ​ຮອດ​ເຂດ​ຊອກຫາ​ໃນ​ກາງ​ເດືອນ 8.

ຂ່າວ/ບົດ​ອື່ນ