ມາເລເຊຍ ຢືນຢັນຮັກສາການພົວພັນທາງການທູດກັບ ສປປ.ເກົາຫຼີ

ມາເລເຊຍ ຢືນຢັນຮັກສາການພົວພັນທາງການທູດກັບ ສປປ.ເກົາຫຼີ - ảnh 1
ທ່ານ Ahmad Zahid Hamidi ຮອງ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ
(ພາບ: Says.com)


(vovworld) - ທ່ານ Ahmad Zahid Hamidi ຮອງ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ ຢືນຢັນ​ວ່າ ປະ​ເທດ​ນີ້ ຈະ​ຮັກສາ​ການ​ພົວພັນ​ທາງ​ການ​ທູດ​ກັບ ສປປ.​ເກົາ​ຫຼີ ​ແລະ ບໍ່​ປິດ​ປະຕູ​ສະຖານທູດ​ຢູ່ ພຽງ​ຢາງ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງວ່າ ຝ່າຍ ສປປ.​ເກົາຫຼີ ຈະ​ມີ​ການ​ກະທຳ​ທີ່ຄ້າຍຄື​ກັນ. ທ່ານ Zahid Hamidi ​ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼງດ່ັງກ່າວ​​​ເມື່ອ​ວັນ​ທີ 01/04 ​ໃນ​ສະພາບ​ທີ່ການ​ພົວພັນ​ທາງ​ການ​ທູ​ດລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ພວມ​​ເຄັ່ງ​ຕຶງ ທີ່​ກ່ຽວ​ຂ້ອງ​ເຖິງ​ເຫດການ​ຊາວ ສປປ.​ເກົາຫຼີ​ ຄົນໜຶ່ງ ຖື​ປັດ​ສະ​ປໍ​ມີຊື່ວ່າ Kim Choi ຖືກ​ຂ້າ​ຕາຍ​ຢູ່​ສະໜາມ​ບິ​ນສາກົນ ກົວ​ລາ​ລຳ​ເປີ​ ​ໃນ​ວັນ​ທີ 13/02 ຫລັງ​ຈາກ​ນັ້ນ ຊາວ ມາ​ເລ​ເຊຍ 9 ຄົນ ພວມ​ຢູ່ ສປປ.​ເກົາຫຼີ ຖືກ​ຫ້າມ​ບໍ່​ໃຫ້​ກັບເມືອ​ປະ​ເທດ. ປະຈຸ​ບັນ ຄວາມ​ເຄັ່ງ​ຕຶງ​ໄດ້​​ຫລຸດ​ລົງສ່ວນ​ໃດ​ສ່ວນ​ໜຶ່ງ ພາຍຫລັງທີ່ກຸ່ມ​ຄົນ ມາ​ເລ​ເຊຍ ດັ່ງກ່າວ ​ໄດ້​ຮັບອະນຸຍາດ​ອອກ​ຈາກ ສປປ.​ເກົາ​ຫຼີ. ທ່ານ Zahid Hamidi ຢືນຢັນ​ວ່າ: ​ເຫດການ​ດັ່ງກ່າວ ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ອີງ​ໃສ​່ຄວາມ​​ເຂົ້າ​ໃຈ​ທີ່​ບັນລຸ​ໄດ້​ລະຫວ່າງ 2 ຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ