ມາເລເຊຍ “ສະແດງຄວາມເສຍດາຍ” ຕໍ່ຂໍ້ຕົກລົງຕັດການພົວພັນຂອງສປປ.ເກົາຫຼີ

(VOVWORLD) -ມາເລເຊຍ “ສະແດງຄວາມເສຍດາຍ” ຕໍ່ຂໍ້ຕົກລົງຕັດສາຍພົວພັນທາງການທູດກັບ Kuala Lumpur, ເຊິ່ງສປປ.ເກົາຫຼີ ຍົກອອກມາໃນວັນທີ 19 ມີນາ 2021, ພ້ອມທັງຖືການປະທຳນີ້ “ບໍ່ມີລັກສະນະສ້າງສັນ”.
ມາເລເຊຍ “ສະແດງຄວາມເສຍດາຍ” ຕໍ່ຂໍ້ຕົກລົງຕັດການພົວພັນຂອງສປປ.ເກົາຫຼີ - ảnh 1ສະຖານທູດສປປ.ເກົາຫຼີ ປະຈຳ Kuala Lumpur
(ພາບ: AFP/TTXVN)

ວັນທີ 19 ມີນາ, ກະຊວງການຕ່າງປະເທດມາເລເຊຍ ໄດ້ຖະແຫຼງກ່ຽວກັບຂໍ້ຕົກລົງກ່ອນໜ້ານັ້ນໃນວັນດຽວກັນຂອງສປປ.ເກົາຫຼີ ກ່ຽວກັບເລື່ອງຕັດສາຍພົວພັນກັບປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ນີ້. ຖະແຫຼງການໄດ້ເນັ້ນໜັກວ່າ, ມາເລເຊຍ “ສະແດງຄວາມເສຍດາຍ” ຕໍ່ຂໍ້ຕົກລົງຕັດສາຍພົວພັນທາງການທູດກັບ Kuala Lumpur, ເຊິ່ງສປປ.ເກົາຫຼີ ຍົກອອກມາໃນວັນທີ 19 ມີນາ 2021, ພ້ອມທັງຖືການປະທຳນີ້ “ບໍ່ມີລັກສະນະສ້າງສັນ”. ຖະແຫຼງການຂອງກະຊວງການຕ່າງປະເທດມາເລເຊຍ ກໍ່ໃຫ້ຮູ້ວ່າ, ປະເທດນີ້ຈະປິດປະຕູສະຖານທູດມາເລເຊຍ ປະຈຳ ພຽງຢາງ ແລະ ຮຽກຮ້ອງໃຫ້ພາລະກອນການທູດ ແລະ ຍາດຕິພີ່ນ້ອງຊາວ ສປປ.ເກົາຫຼີ ປະຈຳ Kuala Lumpur ທັງໝົດຕ້ອງອອກຈາກປະເທດນີ້ໃນຮອບເວລາ 48 ຊົ່ວໂມງ.

        ກ່ອນໜ້ານັ້ນ, ສປປ.ເກົາຫຼີ ຖະແຫຼງຕັດສາຍພົວພັນທາງການທູດກັບ ມາເລເຊຍ ພາຍຫຼັງທີ່ປະເທດນີ້ ພາຕົວພົນລະເມືອງສປປ.ເກົາຫຼີ Mun Col Myong ໄປອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ