ມາເລເຊຍກຳນົດ8ບຸລິມະສິດໃນປີອາຊຽນ

ມາເລເຊຍກຳນົດ8ບຸລິມະສິດໃນປີອາຊຽນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ
Najib Razak
ພາບ:dantri.com
(vovworld)- 8 ບຸ​ລິ​ມະ​ສິດ ໂດຍ​ທ່ານ Zamruni Khalid, ຮອງ​ຫົວ​ຫນ້າ​ກົມ​ຄະ​ນະ​ພົບ​ພັນ​ຕ່າງ​ປະ​ເທດ ສັງ​ກັດ​ຄະ​ນ​ະ​ເລ​ຂາ​ແຫ່ງ​ຊາດ ອາ​ຊຽນ- ມາ​ເລ​ເຊຍ(AMNS) ​ເຕື້ອງ​ເຖິງ​ໃນ​ວັນ​ທີ 21/01 ລວມ​ມີ: ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ຢ່າງ​ເປັນ​ທາງ​ການ, ສ້າງວິ​ໄສ​ທັດ​ປະ​ຊາ​ຄົມ​ ອາ​ຊຽນ ພາ​ຍ​ຫລັງ​ປີ 2015 ແລະ ບັນ​ດາ​ເອ​ກະ​ສານ​ຄັດ​ຕິດ, ເຮັດ​ໃຫ້ ອາ​ຊຽນ ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ​ກວ່າ, ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ໃນ​ພາກ​ພື້ນ, ເປີດກວ້າງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ພາຍ​ໃນ​ກຸ່ມ, ເພີ່ມ​ທະ​ວີ​ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ອາ​ຊຽນ, ຊຸກ​ຍູ້​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ ແລະ ເພີ່ມ​ທະ​ວີ​ບົດ​ບາດ​ຂອງ ອາ​ຊຽນ ຄື​ດັ່ງ​ປັດ​ໄຈ​ທົ່ວ​ໂລກ. ຕາມ​ທ່ານ Zamrunzi ແລ້ວ, ຫົ​ວ​ຂໍ້​ອາ​ຊຽນ 2015 ນັ້ນ​ແມ່ນ “ປະ​ຊາ​ຊົນ​ຂອງ​ພວກ​ເຮົາ, ປະ​ຊາ​ຄົມ​ຂອງ​ພວກ​ເຮົາ, ວິ​ໄສ​ທັດ​ຂອງ​ພວກ​ເຮົາ”​ເລີ່ມ​ມາ​ຈາກ​ຫົວ​​ຂ​ໍ້​ລວມ​ໃຫ້​ແກ່​ປີ​ມາ​ເລ​ເຊຍ ເປັນ​ປະ​ທານ​ອາ​ຊຽນ ນັ້ນ​ແມ່ນ “ອາ​ຊຽນ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ” ແລະ ບາດ​ກ້າວ​ຂອງ ອາ​ຊຽນ​ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ ຄື​ໄດ້​ລະ​ບຸ​ໄວ້​ໃນ​ກົດ​ບັດ ອາ​ຊຽ​ນ.

 

ຂ່າວ/ບົດ​ອື່ນ