ມາເລເຊຍຈັດຕັ້ງກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນແລະບັນດາກອງປະຊຸມທີ່ກ່ຽວຂ້ອງ

ມາເລເຊຍຈັດຕັ້ງກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນແລະບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1
(ພາບປະກອບ: TTXVN)

​(vovworld) - ​ໃນ​ລະຫວ່າງ​ວັນ​ທີ 07 – 11/06, ມາ​ເລ​ເຊຍ ​ໄດ​​້ຈັດ​ຕັ້ງ​ກອງ​ປະຊຸມ​​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ (SOM) ຂອງ​ອາ​ຊຽນ ​ແລະ SOM ​ລະຫວ່າງ​ອາ​ຊຽນ ກັບ​ບັນດຄູ່​ຮ່ວມ​ມື​ໃນ​ຂອບ​ເຂດ ອາ​ຊຽນ +3 (ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ), ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ​ຕາເວັນ​ອອກ (EAS) ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF) ຢູ່​ນະຄອນ Kuching. ຄາດ​ວ່າ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈຸ​ງ ​ຈະນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ດັ່ງກ່າວ. ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ, ​ເປີ​ດສາກ​ແມ່ນ​ກອງ​ປະຊຸມ SOM ASEAN ​ໃນ​ວັນ​ທີ 08/06, ຕໍ່​ຈາກ​ນັ້ນ​ແມ່ນ SOM ASEAN +3 ​ແລະ SOM EAS ​ໃນ​ວັນ​ທີ 09/06 ​ແລະ ສິ້ນ​ສຸດ​ລົງ​ດ້ວຍ​ກອງ

ປະຊຸມ SOM ARF ​ໃນ​ວັນ​ທີ 10/06. ທີ່​ກອງ​ປະຊຸມຄັ້ງ​ຕ່າງໆ, ບັນດາ​ປະ​ເທດ​​ເຂົ້າ​ຮ່ວມ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກະທຳ​ຕໍ່​ໄປ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 26 ​ເຊິ່ງ​ໄດ້ຈັດ​ຕັ້ງ​ຢູ່ Kuala Lumpur ​ແລະ Langkawi ​ເມື່ອ​ເດືອນ 04 ຜ່ານ​ມາ. ນີ​້ກໍ່ແມ່ນການ​ກະກຽມ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນ (AMM) ​ແລະ ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ທີ່​ກ່ຽວຂ້ອງ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​​ເດືອນ 08/2015 ຢູ່ Kuala Lumpur.

ຂ່າວ/ບົດ​ອື່ນ