ມາເລເຊຍຊັ່ງຊາວີຊາສຳລັບພົນລະເມືອງບັນດາປະເທດຕາເວັນອອກກາງ

ມາເລເຊຍຊັ່ງຊາວີຊາສຳລັບພົນລະເມືອງບັນດາປະເທດຕາເວັນອອກກາງ - ảnh 1
ທ່ານ Alias Ahmad ​ເລຂາທິການ NSC
(ພາບ: www.thestar.com.my)

(vovworld) - ສະພາ​ປ້ອງ​ກັນຄວາມ​ສະຫງົບ ມາ​ເລ​ເຊຍ (NSC) ຫາ​ກໍ່​ສະ​ເໜີ ນຳ​ໃຊ້​ລະບອບ​ວີຊາ​ສຳລັບ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ອອກກາງ, ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ບັນດາ​ເປົ້າ​ໝາຍ​ຂອງ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ​ແຊກຊຶມ​ເຂົ້າປະ​ເທດ​ນີ້ຢ່າງ​ງ່າຍດາຍ. ວັນ​ທີ 10/07 ວົງການ​ສື່​ມວນ​ຊົນ​ປະຈຳ​ຖິ່ນ​ຄັດ​ສະ​ເໜີຄຳ​ເວົ້າ​ທ່ານ Alias Ahmad ​ເລຂາທິການ NSC ຊີ້​ແຈ້ງວ່າ​: ​ເລື່ອງ ມາ​ເລ​ເຊຍ ຍົກ​ເວັ້ນວີຊາ​ໃຫ້​ພົນລະ​ເມືອງ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງຄື​ປະຈຸ​ບັນ ຈະ​ເຮັດ​ໃຫ້​ບັນດາ​ອົງການປ້ອງ​ກັນ​ຄວາມ​ສະ​ຫງົບ​​ຍາກ​ທີ່​ຈະຄຸ້ມ​ຄອງ​ບັນດາ​ເປົ້າ​ໝາຍ​ທີ່​ກ່ຽວຂ້ອງ​ເຖິງ IS ​ໄດ້. ປະຈຸ​ບັນ ມາ​ເລ​ເຊຍ ພຽງ​ແຕ່​ນຳ​ໃຊ້​ລະບອບ​ວີ​ຊາ​ໃຫ້ 34 ປະ​ເທດ ​ເທົ່າ​ນັ້ນ, ສ່ວນ​ຫລາຍ​ແມ່ນ​ບັນດາ​ປະ​ເທດ ທະວີບອາ​ຟຣິກາ. ຕາມ​ທ່ານ Alias ​ແລ້ວ, ບັນດາ​ແຂກ​ທ່ອງ​ທ່ຽວ ມາ ​ແລະ ຢູ່ຄືນ ມາ​ເລ​ເຊຍ ​ໃນ​ໄລຍະ​ຍາວ ​ແລະ ບັນດາ​ນັກ​ສຶກສາ​ຈະ​ແມ່ນ​ບັນດາ​ເປົ້າ​ໝາຍຕ້ອງ​ໄດ້ຮັບ​ກວດກາ​ຢ່າງລະອຽດ.

 

 

ຂ່າວ/ບົດ​ອື່ນ