ມາເລເຊຍ-ຍີ່ປຸ່ນເຫັນດີຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດ

ມາເລເຊຍ-ຍີ່ປຸ່ນເຫັນດີຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ ມາ​ເລ​ເຊຍ Najib Razak ແລະ ທ່ານ​ນາຍົກ
ລັດຖະມົນຕີ ຍີ່ປຸ່ນ Shinzo Abe            (ພາບ:japantimes.co.jp)



(vovworld) – ​ ​ ​ທ່ານ​ນາຍົກລັດຖະມົນ​ຕີມາ​ເລ​ເຊຍ Najib Razak ພວມ​ຢ້ຽມຢາມ​ໂຕ​ກຽວ, ວັນ​ທີ 25/5 ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ​ໃນ​ນັ້ນ, 2 ຝ່າຍ​ໄດ້​ເຫັນ​ດີ​ຍົກ​ລະດັບ​ການ​ພົວພັນ 2 ຝ່າຍ​ຂຶ້ນສູ່​ “ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ”. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ​​ຂ່າວລວມພາຍຫຼັງ​ການ​ພົບ​ປະ, ​ທ່ານ​ນາຍົກລັດຖະມົນ​ຕີ Najib Razak ​ຕີ​ລາຄາ​ການ​ພົວພັນ 2 ປະ​ເທດ​ບັນລຸ​ໄດ້​ບາດກ້າວ​ອັນ​ດີງາມ​ໃນ​ຊຸມ​ປີຜ່ານມາ ​ແລະ ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ, ການທ່ອງທ່ຽວ, ການພົບປະ​ແລກປ່ຽນປະຊາຊົນ​ກໍ່​ລ້ວນ​ແຕ່ພັດທະນາ​. ທ່ານ​ນາຍົກລັດຖະມົນ​ຕີ Najib Razak ​ໃຫ້​ຮູ້​ວ່າ: ການ​ນຳ​ 2 ທ່ານ​ໄດ້​​ແບ່ງປັນ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພິ​ເສດ​​ແມ່ນໃນ 5 ຂົງ​ເຂດ​ຄື: ຮ່ວມ​ມື​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ; ບັນລຸໄດ້​ຄວາມເສລີ, ​ເປີດ​ອົກ​ເປີດ​ໃຈ ​ແລະ ສະຖຽນ​ລະ​ພາບ​ບົນ​ທະ​ເລ; ​ການລົງທຶນ​ຜ່ານ​​ນະ​ໂຍບາຍ​ມຸ່ງ​ໄປ​ສູ່ທິດຕາ​ເວັນ​ອອກ (LEP) 2.0 ​ແລະ ​ເສດຖະກິດ; ​ເປີດ​ກ້ວາງ​ການ​ຮ່ວມ​ມື​​ໃນ​ການແລກປ່ຽນວັດທະນະທຳ ​ແລະ ພົບ​ປະ​ແລກປ່ຽນ​ປະຊາຊົນ; ກໍ່​ຄື​ການປະກອບສ່ວນ​ເຂົ້າ​ໂຄງການ​ດຳ​ເນີນ​ງານ​​ໃນພາກ​ພື້ນ ​ແລະ ທົ່ວ​ໂລກ.
ຂ່າວ/ບົດ​ອື່ນ