ມາເລເຊຍຢັ້ງຢືນສະເກັດເຮືອບິນທີ່ຊອກເຫັນຢູ່ມະຫາສະໝຸດອີນເດຍແມ່ນຂອງMH370

ມາເລເຊຍຢັ້ງຢືນສະເກັດເຮືອບິນທີ່ຊອກເຫັນຢູ່ມະຫາສະໝຸດອີນເດຍແມ່ນຂອງMH370 - ảnh 1
ສະ​ເກັດ​ເຮືອ​ບິ​ນ​ທີ່ຊອກ​​ເຫັນ​ຢູ່​
ມະຫາ​ສະ​ໝຸດອີນ​ເດຍ​ແມ່ນ​ຂອງ MH 370
(ພາບ: AFP)

​​(vovworld) - ​​ໃນ​ການ​ປະຊຸມ​ຂ່າວຮຸ່ງ​ເຊົ້າ​ວັນ​ທີ 06/08, ທ່ານ​ນາຍົກລັດຖະມົນຕີ​ມາ​ເລ​ເຊຍ Najib Razak ​ໄດ້​ຢັ້ງຢືນສະ​ເກັດເຮືອ​ບິ​ນ​ທີ່ຊອກ​​ເຫັນ​​​ຢູ່​ໃກ້​ກັບ​ເກາະ Reunion, ຂຶ້ນກັບຝລັ່ງ ຢູ່ທາງທິດ​ໃຕ້ມະຫາ​ສະ​ໝຸດອີນ​ເດຍ ​ແມ່ນ​ຂອງ​ເຮືອບິນ MH 370 ຂອງ​ມາ​ເລ​ເຊຍ​​ແອ​ລາຍ, ທີ່ຖືກ​ຫາຍ​ສາບ​ສູນ​ເມື່ອ​ວັນ​ທີ 08/03/2014. ນີ້​ໄດ້​ຮັບ​ຖື​ວ່າ​​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ຄວາມ​ມານະ​ພະຍາຍາມ​ຊອກຫາ​ເຮືອບິນ MH 370 ​ໃນ​ຕະຫຼອດ 17 ​ເດືອນ​ຜ່ານ​ມາ​ຂອງ​ບັນດາ​ກຳລັງ​ສາກົນ, ​ເປີດ​ແງ່​ຫວັງ​ຊອກ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ສາຍ​​ເຫດ​ພາ​ໃຫ້​ເກີດ​ອຸບັດ​ຕິ​ເຫດ. ທ່ານ​ນາຍົກລັດຖະມົນຕີ Razak ຊີ້​ແຈ້ງວ່າ, ໝາກຜົນ​ການ​ວິ​ໄຈໂດຍ​ບັນດາ​ເຈົ້າ​ໜ້າ​ທີ່​ຝລັ່ງ ດຳ​ເນີນ ​ໄດ້ຮັບ​ການ​ຢັ້ງຢືນ​​ເປັນ​ຄັ້ງ​ທຳ​ອິດ​ວ່າ MH 370 ຖືກ​ຕົກລົງ​ມະຫາ​ສະ​ໝຸດອີນ​ເດຍ. ​ໂດຍ​ຕາງໜ້າ​ໃຫ້​ລັດຖະບານ​ມາ​ເລ​ເຊຍ, ທ່ານນາຍົກລັດຖະມົນຕີ Razak ກໍ​​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເຮັດ​ທຸກ​ສິ່ງ​ທຸດຢ່າງ​ເພື່ອ​ຊອກ​ຫາ​ຄວາມ​ຈິ່ງ​ທີ່​​ເກີດ​ຂຶ້ນ​ສຳລັບ​ເຮືອ​ບິ​ນ MH 370.

        ວັນ​ທີ 06/08, ລັດຖະບານ​ອົດ​ສະ​ຕາ​ລີ ຢືນຢັນ​ວ່າ, ການ​ຊອກ​ຫາ​ໂດຍ​ປະ​ເທດ​ນີ້​ນຳ​ໜ້າ​ຍັງ​ສືບ​ຕໍ່​ໄດ້ຮັບ​ການປະຕິບັດ.

ຂ່າວ/ບົດ​ອື່ນ