ມາເລເຊຍສວມບົດບາດຫລຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

ມາເລເຊຍສວມບົດບາດຫລຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1
ນາຍົກລັດຖະມົນຕີ ມາເລເຊຍ Najib Razak
photo: internet


(vovworld)- ຫນັງສືພິມ “The Star” ຂອງ ມ​າ​ເລ​​ເຊ​ຍ ສະບັບ​ອອກ​ວັນ​ທີ 22/6 ລົງ​ພິມ​ບົດ​ຕອບສຳພາດຂອງ​ນັກ​ຂ່າວ ສາດສະດາຈານ David Arase, ຜູ້​ຊ່ຽວຊານ​ຂະ​ແຫນງ​ການ​ເມືອງ​ສາກົນ - ​ມະຫາວິທະຍາ​ໄລ ຫນານ​ຫນີງ ປະ​ເທດ​ຈີນ, ຊື່​ງ​ແມ່ນ​ສາຂາ​ຫນຶ່ງ​ຂອງ ມະຫາວິທະ​ຍາ​ໄລ Johns Hopkins ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ສະພາບ​ຄວາມ​ເຄ່ັ່ງຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສາດສະດາຈານ David Arase ຖື​ວ່າ​: ມາ​ເລ​ເຊຍ ອາດ​ຈະ​ສວມ​ບົດບາດ​ສຳຄັນ​ໃນ​ການ​ຫລຸດຜ່ອນ​ຄວາມເຄ່ັງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​. ຕາມ​ສາດສະດາ David Arase ​ແລ້ວ, ​ເພື່ອ​ບັນ​ເທົາ​​ໄພ​ອາດ​ຈະ​ເກີດການ​ປະ​ທະ​ກັນ, ບັນດາ​ປະ​ເທດ ສະມາ​ຊີກ ອາ​ຊຽນ ຊື່ງ ມາ​ເລ​ເຊຍ ຈະ​ ດຳລົງ​ຕຳ​ແຫນ່​ງ​ເປັນ​ປະທານ​ໃນ​ປີ​ຈະ​ມາ​ເຖິງ, ຄວນ​ຊຸກຍູ້​ການ​ປຶກສາ​ຫາລື ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ກັບ​ຈີນ.

 

 

 

ຂ່າວ/ບົດ​ອື່ນ