ມາເລເຊຍສະເຫລີມສະຫລອງ57ປີແຫ່ງວັນເອກະລາດ

ມາເລເຊຍສະເຫລີມສະຫລອງ57ປີແຫ່ງວັນເອກະລາດ - ảnh 1
ທ່ານ Najib Razak, ນາຍົກລັດຖະມົນຕີ ມາ​ເລ​ເຊຍ
photo:dantri.com


(vovworld)- ວັນ​ທີ 31/8, ມີ​ປະຊາຊົນ ມາ​ເລ​ເຊຍ ກວ່າ 100.000 ຄົນ ​ໄດ້​ເຕົ້າ​ໂຮມ​ຢູ່​ສະຫນາມ​ຫລວງ​ເອກະລາດ ທີ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເຫລີ​ມສະຫລອງ 57 ປີ​ແຫ່ງ​ວັນ​ເອກະລາດ (31/8/1957-31/8/2014). ​ນະ​ທີ່​ນີ້, ທ່ານ Najib Razak, ນາຍົກລັດຖະມົນຕີ ມາ​ເລ​ເຊຍ ​ໄດ້​ອ່ານ​ສານ​ ຮຽກຮ້ອງ​ໃຫ້​ປະຊາຊົນ ມາ​ເລ​ເຊຍ ຈົ່ງ​ສາມັກຄີ ມູ່ງ​ໄປ​ເຖິງ​ຈຸດໝາຍ ມາ​ເລ​ເຊຍ ສັນຕິພາບ ​ແລະ ວັດທະນາ​ຖາວອນ​ໃນ​ອະນາຄົດ. ທ່ານ Najib Razak ຢືນຢັນ ອະນາຄົດ​ຈະ​ສົດ​ໃສ ຖ້າ​ຫາກ​ປະຊາຊົນ​ດຳລົງ​ຊີວິດ​ຢ່າງ​ປອງ​ດອງ ​ແລະ ພ້ອມ​ກັນ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ຈຸດໝາຍ​ອັນ​ສູງ​ສົ່ງ​ນັ້ນ, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ລັດຖະບານ ມາ​ເລ​ເຊຍ ຈະ​ສືບ​ຕໍ່​ນຳ​ບັນດາ​ນະ​ໂຍບາຍດີ​ທີ່​ສຸດ​ໃຫ​້​ແກ່​ປະຊາຊົນ ​ໂດຍ​ອີງ​ໃສ່​ຄວາມ​ຕ້ອງການ ​ແລະ ຄຳ​ຮຽກ​ຮ້ອງ​ຕ້ອງການ​ຂອງ​​ເຂົາ​ເຈົ້າ.

 

 

 

ຂ່າວ/ບົດ​ອື່ນ