ມາເລເຊຍສະເໜີແວບໄຊອາຊຽນ2015

ມາເລເຊຍສະເໜີແວບໄຊອາຊຽນ2015 - ảnh 1
ແວ​ບ​ໄຊ http://asean2015.gov.my

 (vovworld) – ວັນ​ທີ 22/12, ລັດ​ຖະ​ບານ ມາ​ເລ​ເຊຍ ໄດ້​ສະ​ເໜີ​ແວບ​ໄຊ​ສະ​ຫງວນ​ສະ​ເພາະ​ໃຫ້ແກ່​ກອງ​ປະ​ຊຸມ​ສຸດຍອດ​ ອາ​ຊຽນ 2015 ເຊິ່ງ ມາ​ເລ​ເຊຍ ເປັນ​ປະ​ທານ. ຈຸດ​ໝາຍ​ຂອງ​ແວ​ບ​ໄຊ http://asean2015.gov.my ແມ່ນ​ເພື່ອ​ແນ​ໃສ່​ສະ​ໜອງ​, ອັບ​ແດດຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ເຫດ​ການ​ສຳ​ຄັນ​ໃນ​ຕະຫຼອດ​ເວ​ລາ​ດຳ​ເນີນກອງ​ປະ​ຊຸ​ມ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ ໃຫ້​ຮູ້​ວ່າ: ແວບ​ໄຊ​ນີ້​ໄດ້​ຮັບ​ການ​ອອກ​ແບບ​ເພື່ອ​ສະ​ໜອງ​ຂໍ້​ມູນ​ຂ່າວ​ຢ່າງ​ວ່ອງ​ໄວ ແລະ ອັບ​ແດດ​ຂໍ້​ມ​ູນ​ທີ່​ຈຳ​ເປັນ​ຢ່າງ​ງ່າຍ​ດາຍ, ຊ່ວຍ​ໃຫ້​ບັນ​ດາ​ອົົງ​ການ​ກ່ຽວ​ຂ້ອງ​ຈົດ​ທະ​ບຽນ​ໂດຍກົງ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ ແລະ ສະ​ໜອງ​ບັດ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ສ້າງ​ຄວາມ​ສະ​ດວກ​ໃຫ້ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ບັນ​ດາອ​ົງ​ການ​ສື່​​ມວນ​ຊົນທັ​ງ​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ​ກໍ​ຄື​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ອື່ນໆ​ອີກ.

 

 


ຂ່າວ/ບົດ​ອື່ນ