ມາເລເຊຍ,ອິນໂດເນເຊຍແລະຟີລິບປິນຮ່ວມມືຕ້ານIS

ມາເລເຊຍ,ອິນໂດເນເຊຍແລະຟີລິບປິນຮ່ວມມືຕ້ານIS - ảnh 1
ທ່ານ Zahid Hamidi, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ 
(ພາບ: themalaysianreserve.com)

(vovworld) -  ວັນ​ທີ 26/1, ທ່ານ Zahid Hamidi, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ໃຫ້​ຮ​ູ້​ວ່າ: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ແລະ ຟີ​ລິບ​ປິນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮ່ວມ​ມື 3 ຝ່າຍ, ເພື່ອ​ແນ​ໃສ່​ຕ້ານ​ຄືນ​ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ແນວ​ຄິດ​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊືຶ່​ເອງ​ຢູ່​ພາກ​ພື້ນນີ້. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Zahid Hamidi ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມືນີ້ ໂດຍ​ປະ​ມຸກ​ລັດ 3 ປະ​ເທດ​ແມ່ນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Najib Razak, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລ​ີ​ບ​ປິນ Rodrigo Duterte ເຫັນ​ດີ​ເປັນ​ເອ​ກະ​ພາບ, ຕາມນັ້ນ​ແລ້ວ, 3 ປະ​ເທດ​ຈະ​ເຮັດ​ວຽກ​ກໍ​ຄື​ສົບ​ທົບ​ກັນ​ເພື່ອ​ກວາດ​ລ້າງ​ບັນ​ດາ​​ບຸກ​ຄົນກໍ່​ກາ​ນ​ຮ້າຍ ແລະ ຢຸດ​ຕິ​ແນວ​ຄິດ​ຂອງ IS ຢູ່​ພາກ​ພື້ນນີ້.


ຂ່າວ/ບົດ​ອື່ນ