ມາເລເຊຍຮັບດຳລົງຕຳແໜ່ງປະທານອາຊຽນຢ່າງເປັນທາງການ

ມາເລເຊຍຮັບດຳລົງຕຳແໜ່ງປະທານອາຊຽນຢ່າງເປັນທາງການ - ảnh 1
(ພາບ​ປະ​ກອບ​ຈາກ AFP)

(vovworld) –  ​ເລື່ອງ​​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ ໃນ​ປີ 2015 ແລະ ສ້າງວິ​ໄສ​ທັດຫຼັງ​ປີ 2015 ຂອງ​ປະ​ຊາ​ຄົມ ອາ​ຊຽນ ຈະ​ແມ່ນ 2 ​ໜ້າ​ທີ່ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ຂອງ ມາ​ເລ​ເຊຍ ເມື່ອ​ປະ​ເທດນີ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ ອາ​ຊຽນ, ເລີ່ມ​ແຕ່​ວັນ​ທີ 1/1/2015. ຫົວ​ໜ້າ​ຄະ​ນະ​ເລ​ຂາ​ແຫ່ງ​ຊາດ ອາ​ຊຽນ - ມາ​ເລ​ເຊຍ, ທ່ານ Muhammad Shahrul Ikram Yaakob, ໃຫ້​ຮູ້​ວ່າ: ນີ້​ແມ່ນ 2 ໃນ​ຈຳ​ນວນ 8 ຂົງ​ເຂດ​ບຸ​ລິ​ມະ​ສິດ​ເຊິ່ງ ມາ​ເລ​ເຊຍ ຫວັງ​ວ່າ​ຈະ​ບັນ​ລຸ​ໄດ້​ໃນ​ອາ​ຍຸ​ການ​ຂອ​ງ​ຕົນ. ກ່າວ​ຄຳ​ເຫັ​ນ​ຕໍ່​ສຳ​ນັກ​ຂ່າວ​ສານ Bernama ໃນ​ວັນ​ທຳ​ອິດ​ຂອ​ງ​ປີ 2015, ທ່ານ Muhammad Shahrul ເວົ້າ​ວ່າ: ​ໂດຍ​ເປັນປະ​ທານ ອ​າ​ຊຽນ ​ໃນປີ 2015, ​ມາ​ເລ​ເຊຍ ມີ​ຄວາມ​ຮັບ​ຜິດ​ຊອບ​ອັນ​ໃຫຍ່ຫຼວງ​ໃນ​ການ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ຂົງ​ເຂດ​ອື່ນ​ໃນ​ແຜນ​ການ​ເຄື່ອນ​ໄຫວ​ຂອງ​ທັງ 3 ເສົາ​ຄ້ຳ​ການ​ເມືອງ - ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ - ສັງ​ຄົມ, ກໍ່​ຄື​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​​ການກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ (2009 – 2015). ມາ​ເລ​ເຊຍ ກໍ່​ມຸ່ງ​ໄປ​ເຖິງ​ການ​ພິ​ຈາ​ລະ​ນາ​ກໍ່​ສ້າງວິ​ໄສ​ທັດ​ ອາ​ຊຽນ ຫຼັງ​ປີ 2015 ເພື່ອ​​ວາງທິດ​​ທາງໃຫ້​ປະ​ຊາ​ຄົມ ອາ​ຊຽນ ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ ແລະ ເຂັ້​ມ​ແຂງ​ພາຍຫຼັງໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ