ມາເລເຊຍຮັບດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສປຊ

ມາເລເຊຍຮັບດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສປຊ - ảnh 1
ກອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ
(ພາບ: ສຳນັກ​ຂ່າວສານຊິນ​ຮວາ/ສຳນັກ​ຂ່າວສານ​ຫວຽດນາມ)

(vovworld) – ມາ​ເລ​ເຊຍ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ໝູນ​ວຽນ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ ສປຊ ​ໃນ​ເດືອນ 8 ຢ່າງ​ເປັນ​ທາງ​ການ. ກະຊວງ​ກາ​ນຕ່າງປະ​ເທດ ມາ​ເລ​ເຊຍ ​ໄດ້​ອອກ​ແຈ້ງ​ການ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 3/8 ​​ໃຫ້​ຮູ້​ວ່າ​ນີ້​​ເປັນ​ຄັ້ງ​ທີສອງ ມາ​ເລ​ເຊຍ ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງດັ່ງກ່າວ​ນັບ​ແຕ່​ເມື່ອ​ປະ​ເທດ​ນີ້​ໄດ້​ເລືອກ​ຕັ້ງ​​ເປັນ​ສະມາຊິກ​ບໍ່​ປະຈຳ​ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ ອາຍຸ​ການ 2015 – 2016. ມາ​ເລ​ເຊຍ ມີ​​ແຜນການ​ໂຮມ​ປະຊຸມ​ການ​ປຶກສາ​ຫາລື​ເປີ​ດ​​ເຜີຍ​ກ່ຽວ​ກັບ​ອາວຸດ​ລ້າງຜານ (WMD) ​ໃນ​ວັນ​ທີ 23/8 ຈະມ​າ​ເຖິງ, ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​​ໄຟ​ນາບ​ຂູ່ ​ແລະ ສິ່ງ​ທ້າ​ທາຍ​ໃໝ່​ໃນ​ການ​ສະກັດ​ກັ້ນ​ການ​​ແຜ່ຂະຫຍາຍ WMD, ກໍ່​ຄື​ບັນດາ​​ເຊື້ອ​ເພິ​ງ ​ແລະ ​ເຕັກ​ໂນ​ໂລ​ຢີກ່ຽວຂ້ອງ ​ເຖິງ​ບັນດາອົງການບໍ່ຂຶ້ນ​ກັບ​ລັດ. ​ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າຕື່ມ​ອີກ​ວ່າ: ມາ​ເລ​ເຊຍ ກໍ່​ຈະ​ເປັນ​ປະທານ​ໃນ​ວາລະ​ປະຊຸມ​ກ່ຽວ​ກັບ​ການ​ປົກ​ປ້ອງ​ເດັກ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ ​ແລະ ຈັດ​ຕັ້ງ​ບັນດາ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ ​ປາ​ແລດສະຕີ​ນ, Yemen, ຊີຣີ ​ແລະ Liban… ​ໃນ​ຖານະ​ເປັນ​ປະທານ, ມາ​ເລ​ເຊຍ ກໍ່ສ້າງ​ເງື່ອນ​ໄຂ​ໃຫ້​ວິວັດ​ການ​ຄັດເລືອກ​​ເລຂາ​ທິການ​ໃຫຍ່​ຄົນ​ໃໝ່, ​ແທນ​ໃຫ້​ທ່ານ Ban ki Moon ພາຍຫຼັງ​ສິ້ນ​ສຸດ​ອາຍຸ​ການ​ໃນ​ເດືອນ 12/2016.


ຂ່າວ/ບົດ​ອື່ນ