ມາເລເຊຍຮຽກຮ້ອງອາຊີຕາເວັນອອກສ່ຽງໃຕ້ລະມັດລະວັງຕໍ່IS

ມາເລເຊຍຮຽກຮ້ອງອາຊີຕາເວັນອອກສ່ຽງໃຕ້ລະມັດລະວັງຕໍ່IS - ảnh 1
ກອງທັບ ອີຮັກ (ພາບ: Reuters)

(vovworld) – ​ ວັນ​ທີ 17/10 ທ່ານ Hishammuddin Hussein ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ຖື​ວ່າ: ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ຕ້ອງ​ມີ​ມາດ​ຕະການ​ເປັນ​ເຈົ້າ​ການ ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ​ເມື່ອ​ກອງທັບ ອີຣັກ ​ເລີ່​ມບຸກ​ໂຈມ​ຕີ​ໃສ່​ນະຄອນ Mosul, ຖານທີ່​ໝັ້ນ​ສຸດ​ທ້າຍ​ຂອງ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ​ຢູ່ ອີຣັກ. ທ່ານ​ລັດຖະມົນຕີ Hishammuddin Hussein ກ່າວ​ເຕື່ອນວ່າ ມື​ປືນ​ IS ນັບ​ພັນ​ຄົນ ຈະ​ເລີ່​ມຫຼົບໜີອອກຈາກ ອີຣັກ ​ແລະ ຊີຣີ, ຫລັງ​ຈາກ​ນັ້ນ​ຈະ​ເຄື່ອນ​ຍ້າຍ​ເຖິງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບັນດາ​ເປົ້າ​ໝາຍ​ນີ້ ບາງ​ເທື່ອຈະ​ກັບ​ເມ​ືອບ້ານ​ເກີດ​ເມືອງ​ນອນ ບາງ​ເທື່ອ​ຈະຊອກ​ຫາ​ສະຖານ​ທີ່​ປອດ​ໄພ​ຢູ່​ບາງ​ພາກ​ພື້ນ. ດັ່ງ​ນັ້ນ ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ຕ້ອງ​ເປັນ​ເຈົ້າ​ການ​ຮັບ​ມື​ຕໍ່​ໄພ​ນາບ​ຂູ່​ດັ່ງກ່າວ.

ຂ່າວ/ບົດ​ອື່ນ