ມາເລເຊຍຮຽກຮ້ອງອາຊຽນສາມັກຄີໃນບັນຫາທະເລຕາເວັນອອກ

ມາເລເຊຍຮຽກຮ້ອງອາຊຽນສາມັກຄີໃນບັນຫາທະເລຕາເວັນອອກ - ảnh 1
ທ່ານ Hishammuddin Hussein, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງກ​ັນ​ປະ​ເທດ ມາ​ເລ​ເຊຍ
ພາບ:Reuters

(vovworld)- ທ່ານ Hishammuddin Hussein, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງກ​ັນ​ປະ​ເທດ ມາ​ເລ​ເຊຍ ໄດ້​ເລັ່ງ​ລັດ ອາ​ຊຽນ ຈົ່ງ​ສາ​ມັກ​ຄີ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ເພື່ອ​ສະ​ກັດ​ກັ້ນ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ແຊກ​ແຊງ​ດ້ານ​ການ​ເມືອງ​ໃນ​ພາກ​ພື້ນ. ວັນ​ທີ 18/12, ທ່ານ​ລັດ​ຖະ​ມົນ​ຕີ Hishammuddin Hussein ໄດ້​ເນັ້ນ​ຫນັກ​ວ່າ ແຕ່​ລະ​ປະ​ເທດ​ເອງໃນ​ອາ​ຊຽນ ບໍ່​ສາ​ມາດ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ ແຕ່​ເມື່ອ​ກະ​ທຳ​ຄື​ດັ່ງ​ພັນ​ທະ​ມິດ 10 ປະ​ເທດ, ຈີນ ກໍ່​ບໍ່​ອາດ​ຖື​ເບົາ​ຫລື​ເມີນ​ເສີຍ​ຫລັກ​ໝັ້ນ​ຂອງ​ກຸ່ມ​ອາ​ຊຽນ.  ສ່ວ​ນ ມາ​ເລ​ເຊຍ, ທ່ານ Hishammuddin Hussein ຢັ້ງ​ຢືນ​ວ່າ: ມາ​ເລ​ເຊຍ ຢືດ​ໝັ້ນ​ຕ້ານ​ການ​ປີນ​ຂັ້ນ​ໄດ​ໃນ​ການ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ພັນ​ການ​ທະ​ຫານ​ຢູ່​ບັນ​ດາ​ເຂດ​ເກີດ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. 


ຕອບກັບ

ຂ່າວ/ບົດ​ອື່ນ