ມາເລເຊຍແບ່ງປັນບົດຮຽນໃນການສົ່ງເສີມສຸຂະພາບກັບຫວຽດນາມ

ມາເລເຊຍແບ່ງປັນບົດຮຽນໃນການສົ່ງເສີມສຸຂະພາບກັບຫວຽດນາມ - ảnh 1
ມາເລເຊຍແບ່ງປັນບົດຮຽນໃນການສົ່ງເສີມສຸຂະພາບກັບຫວຽດນາມ
(ພາບ: nhandan)


(vovworld) –  ວັນ​ທີ 31/10, ຢູ່​ຮ່າ​​ໂນ້ຍ, ສະພາ​ທ່ອງ​ທ່ຽວ​ສາທາລະນະ​ສຸກ​ມາ​ເລ​ເຊຍ (MHTC) ​ແລະ ບໍລິສັດ Insmart ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສຸຂະ​ພາບ​ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ນັກ​ຊ່ຽວຊານ​ຊັ້ນ​ນຳ​ຂອງ​ມາ​ເລ​ເຊຍ 2 ທ່ານ​ຄື ​ທ່ານ​ສາດ​ສະ​ດາ​ຈານ Chin Sze Piwa, ນັກ​ຊ່ຽວຊານ​ຂັ້ນ​ສູງ​ກ່ຽວ​ກັບ​ຈຸ​ລັງ​ລຳຕົ້ນຂອງ​ສູນ​ສາທາະລະນະ​ສຸກ Beverly Wilshire ​ແລະ ທ່ານ​ສາດສະດາຈານ Yap Swee Hien ຈາກ​ສະ​ຖາ​ບັນ​ຫົວ​ໃຈ​ແຫ່ງຊາດ​ມາ​ເລ​ເຊຍ. ນັກ​ຊ່ຽວຊານ 2 ທ່ານ​ໄດ້​ແນະນຳ​​​ໃຫ້ປະຊາຊົນ​ຫວຽດນາມ ບັນດາວິທີ​ການ​ປິ່ນປົວດ້ວຍຈຸ​ລັງລຳ​ຕົ້ນ​, ວີ​ທີ​ປິ່ວປົວ​ທີ່​ກ້າວໜ້າສຳລັບບັນດາ​ພະຍາດ​ຫົວ​ໃຈ ທີ່​ພວມ​ນຳ​ໃຊ້​ຢູ່​ມາ​ເລ​ເຊຍ; ​ໂຄສະນາ​ບັນດາ​ຜົນງານ​ດ້ານ​ສາທາລະນະ​ສຸກ​ຂອງ​ມາ​ເລ​ເຊຍ ຫວ່າງ​​ມໍ່ໆ​ມາ​ນີ້, ພ້ອມ​ທັງ​​ແນະນຳ​ບັນດາ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ທີ່​ມີ​ຄຸນ​ນະພາ​ບສູງ.

ຂ່າວ/ບົດ​ອື່ນ