ມຽນມາ: 15 ພັກເຊື້ອຊາດຜິວພັນ ເຫັນດີເປັນເອກະພາບສ້າງຕັ້ງພັກພັນທະມິດ

(vovworld) – ​​​​​15 ພັກ​ການ​ເມືອງ​ເຊື້ອຊາດ​ຜິວ​ພັນຂອງ ມຽນມາ, ​ໃນ​ນັ້ນ​ມີພັກ​ຝ່າຍ​ຕ່າງໆຂອງ​ບັນດາ​ກຸ່ມ​ສ່ວນ​ໜ້ອຍ ​ໄດ້​​ເຫັນ​ດີ​ທ້ອນໂຮມ​ເປັນ​ພັກ​ພັນທະ​ມິດໜຶ່ງ​ດຽວ (FUP). ຂໍ້​ຕົກລົງ​ດັ່ງກ່າວຖືກ​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ຢູ່ Taunggyi, ​ເມືອງ​ເອກ​ລັດ Shan. ການ​ທ້ອນໂຮມ​ເປັນ​ພັກ​ເຊື້ອ​ຊາດ​ຜິວ​ພັນໜຶ່ງ​ດຽວນີ້​ແມ່ນ​ເພື່ອ​ແນ​ໃສ່​ກະກຽ​ມ​ໃຫ້ການ​ເລືອກ​ຕັ້ງ​ທົ່ວ​ປະ​​ເທດ​ໃນ​ປີ 2015, ​ເພື່ອ​ສາມາດ​ແກງ​ແຍ້​ງກັບ​ພັກ​ການ​​ເມືອງ​ໃຫຍ່ ກໍ່​ຄື​ກຽ​ມພ້​ອມ​ໃຫ້​ຄວາມ​ສາມາດ​ນຳ​ໃຊ້​ລະບົບ​ອັດຕາ​ສ່ວນຜູ້ຕາງໜ້າ​​ໃນ​ສະພາ​ແຫ່ງ​ຊາດ. ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ 11/2010, ພັກ​ສະມາ​ຄີ ​ແລະ ພັດທະນາ (USDP) ​ແລະ ພັກ​ເອກະ​ພາບ​ຊົນ​ຊາດ (NUP) ​ໄດ້​ກວມ​ອັດ​ຕາສ່ວນ​ຫຼາຍ​ຈຳນວນ​ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ. ສ່ວນ 3 ພັກ​ເຊື້ອ​ຊາດ​ຜິວ​ພັນ ​ແມ່ນ​ພັກ​ປະຊາທິປະ​ໄຕ​ບັນດາ​ເຜົ່າ San (​SNDP), ພັກ​ພັດທະນາ​ບັນດາ​ເຜົ່າ Rakhine (RNDP) ​ແລະ​ ພັກ​ປະຊາທິປະ​ໄຕທົ່ວ​ເຂດ Mon ຍາ​ດ​ໄດ້​ຈຳນວນ​ອັດຕາ​ສ່ວນ​ໜ້ອຍ​ຈຳນວນ​ທີ່​ນັ່ງ​​ໃນ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ