ມຽນມາ ຊົມເຊີຍການຢ້ຽມຢາມຂອງບັນດາທູດພິເສດ ອາຊຽນ

(VOVWORLD) -ທີ່ບັນດາການເຈລະຈາ, ປະທານ SAC ແລະ ບັນດາທູດພິເສດ ອາຊຽນ ໄດ້ແລກປ່ຽນກ່ຽວກັບທັດສະນະທີ່ກ່ຽວຂ້ອງເຖິງລະດັບຄວາມຄືບໜ້າການປະຕິບັດຂໍ້ເຫັນດີ 5 ຢ່າງຂອງ ອາຊຽນ
ມຽນມາ ຊົມເຊີຍການຢ້ຽມຢາມຂອງບັນດາທູດພິເສດ ອາຊຽນ - ảnh 1ຈອມພົນ Min Aung Hlaing ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn
(ພາບ: ກະຊວງການຕ່າງປະເທດ ກຳປູເຈຍ)

ວັນທີ 21 ມີນາ, ທ່ານປະທານສະພາແຫ່ງລັດ ມຽນມາ (SAC) ຈອມພົນ Min Aung Hlaing ໄດ້ພົບປະກັບບັນດາທູດພິເສດຂອງ ອາຊຽນ ຢູ່ນະຄອນຫຼວງ Nay Pyi Taw. ທ່ານ Min Aung Hlaing ໄດ້ດຳເນີນການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn, ທ່ານ Lim Jock Hoi, ເລຂາທິການໃຫຍ່ ອາຊຽນ. ທີ່ບັນດາການເຈລະຈາ, ປະທານ SAC ແລະ ບັນດາທູດພິເສດ ອາຊຽນ ໄດ້ແລກປ່ຽນກ່ຽວກັບທັດສະນະທີ່ກ່ຽວຂ້ອງເຖິງລະດັບຄວາມຄືບໜ້າການປະຕິບັດຂໍ້ເຫັນດີ 5 ຢ່າງຂອງ ອາຊຽນ, ເລື່ອງສະໜອງການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ມຽນມາ ແລະ ເພີ່ມທະວີການຮ່ວມມື ອາຊຽນ. ການຢ້ຽມຢາມຂອງບັນດາທູດພິເສດ ອາຊຽນ ຢ່າງເປັນທາງການແມ່ນເພື່ອແນໃສ່ບັນລຸໄດ້ການປັບປຸງໃນສະພາບການປະຈຸບັນຂອງ ມຽນມາ ຜ່ານບັນດາການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ