ມຽນ​ມາ ຕໍ່​ກຳ​ນົດ​ເວ​ລາ​ສະ​ພາ​ວະ​ສຸກ​ເສີນ ເທື່ອ​ທີ 3

(VOVWORLD) -  ການນຳອຳນາດການປົກຄອງການທະຫານ ມຽນມາ, ທ່ານຈອມພົນ Min Aung Hlaing ຫາກໍຕົກລົງຕໍ່ກຳນົດເວລາສະພາວະສຸກເສີນຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ ຕື່ມອີກ 6 ເດືອນ.
ມຽນ​ມາ ຕໍ່​ກຳ​ນົດ​ເວ​ລາ​ສະ​ພາ​ວະ​ສຸກ​ເສີນ ເທື່ອ​ທີ 3 - ảnh 1ທ່ານຈອມພົນ Min Aung Hlaing ການນຳອຳນາດການປົກຄອງການທະຫານ ມຽນມາ (ພາບ: AFP)

ກ່າວຄຳເຫັນທີ່ກອງປະຊຸມສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ ໃນວັນທີ 1 ກຸມພາ, ທ່ານຈອມພົນ Aung Hlaing ໃຫ້ຮູ້ວ່າ ເຖິງວ່າ ຕາມຂໍ້ 425 ຂອງ ລັດຖະທຳມະນູນ, ສະພາວະສຸກເສີນ ສາມາດຕໍ່ກຳນົດເວລາໄດ້ພຽງແຕ່ 2 ເທື່ອເທົ່ານັ້ນ, ແຕ່ໃນກໍລະນີພິເສດປັດຈຸບັນ, ການຕໍ່ນຳນົດເວລາອີກເທື່ອໜຶ່ງແມ່ນການກະທຳທີ່ແທດເໝາະ. ການເລືອກຕັ້ງພັກຫຼາຍຝ່າຍ ທີ່ຄາດວ່າດຳເນີນໃນເດືອນສິງຫາຈະມາເຖິງ ຈະຖືກຈັດຂຶ້ນຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ