ມຽນ​ມາ: ທ່ານ​ນາງ Aung San Suu Kyi ຖືກ​​ກັກ​ຂັງຊົ່ວ​ຄາວ​ຮອດ​ກາງ​ເດືອນ ກຸມ​ພາ

(VOVWORLD) -ທ່ານປະທານາທິບໍດີ ມຽນມາ U Win Myint ແລະ ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ຈະຖືກກັກຂັງຊົ່ວຄາວແຕ່ວັນທີ 1 ກຸມພາ ຫາວັນທີ 15 ກຸມພາ.
ມຽນ​ມາ: ທ່ານ​ນາງ Aung San Suu Kyi ຖືກ​​ກັກ​ຂັງຊົ່ວ​ຄາວ​ຮອດ​ກາງ​ເດືອນ ກຸມ​ພາ - ảnh 1ພົນລະເມືອງ ມຽນມາ ອາໄສ ຢູ່ ຍີປຸ່ນ ຄັດຄ້ານການລັດຖະປະຫານດ້ານການທະຫານ ຂອງ ມຽນມາ (ພາບ: Reuters)

ທ່ານ Kyi Toe ສະມາຊິກ ຄະນະກຳມະການຖະແຫຼງຂ່າວ ຂອງ ພັກສະຫະພັນແຫ່ງຊາດ ເພື່ອປະຊາທິປະໄຕກຳອຳນາດ (NLD) ໃນວັນທີ 3 ກຸມພາ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ມຽນມາ U Win Myint ແລະ ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ໄດ້ຖືກກັກຂັງຊົ່ວຄາວແຕ່ວັນທີ 1 ກຸມພາ ຫາວັນທີ 15 ກຸມພາ.

        ກ່ຽວຂ້ອງເຖິງທ່ານປະທານາທິບໍດີ U Win Myint, ຕາມເອກະສານຂອງຕຳຫຼວດສື່ສັງຄົມອອນລາຍ ຊີ້ໃຫ້ຮູ້ວ່າ ທ່ານປະທານາທິບໍດີ U Win Myint ແລະ ຄອບຄົວຂອງທ່ານ ໄດ້ມີການພົບປະກັບບຸກຄົນທີ່ເຂົ້າຮ່ວມບັ້ນຫາສຽງເລືອກຕັ້ງຂອງ ພັກ NLD ໃນວັນທີ 20 ກັນຍາ 2020 ຈຳນວນໜຶ່ງ ກ່ອນຈຸດເວລາທີ່ດຳເນີນບັ້ນຫາສຽງເລືອກຕັ້ງທົ່ວປະເທດ ເຊິ່ງຖືກຈັດຂຶ້ນໃນເດືອນພະຈິກ ແລະ ຖືກກ່າວໂທດວ່າ ໄດ້ລະເມີດບັນດາມາດຕະການກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19 ຕາມກົດໝາຍວ່າດ້ວຍການແກ້ໄຂໄພທຳມະຊາດ.

        ໃນຂະນະນັ້ນ, ທ່ານນາງ Aung San Suu Kyi ຖືກກ່າວໂທດຕາມກົດໝາຍວ່າດ້ວຍການນຳເຂົ້າ - ສົ່ງອອກ ເມື່ອຄົ້ນພົບ ຣາດີໂອມືຖື ທີ່ຖືກຫ້າມນຳເຂົ້າ ແລະ ນຳໃຊ້ຢ່າງຜິດກົດໝາຍ ຢູ່ໃນເຮືອນພັກສ່ວນຕົວ.


ຕອບກັບ

ຂ່າວ/ບົດ​ອື່ນ