ມ້ຽນ​ມ້າ​ ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ກັບ​ກຸ່ມທະ​ຫານ​ກະບົດຊົນ​ເຜົ່າ​ສ່ວນ​ໜ້ອຍ

ມ້ຽນ​ມ້າ​ ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ກັບ​ກຸ່ມທະ​ຫານ​ກະບົດຊົນ​ເຜົ່າ​ສ່ວນ​ໜ້ອຍ - ảnh 1
( ກອງທັບ ມ້ນມ້າ )

( vov world )     ລັດຖະບານ ​ມ້ຽນ​ມ້າ​ ຫາ​ກໍ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ກັບ​ກຸ່ມທະ​ຫານ​ກະບົດຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນ, ​ໃນ​ຄວາມ​ມະ​ນາ​ພະຍາ​ຍາມ​ຫຼ້າ​ສຸດ​ຂອງ​ລັດຖະບານ​ເພື່ອ​ແນ​ໃສ່ຮັບປະກັນ​ສະຖຽນ​ລະພາບ​ທາງ​ດ້ານ​ການ​ເມືອງ, ນັກ​ໄກ່​​ເກ່ຍພົນລະ​ເຮືອນ ທ່ານ Hla Maung Shwe ​ໃຫ້​ຮູ້​ວ່າ, ຂໍ້​ຕົກລົງ​ໃໝ່​ນີ້​ບັນລຸ​ໄດ້​ລະຫວ່າງ​ອຳນາດ​ການ​ປົກຄອງ​ລັດ Mon ​ແລະ ກຸ່ມປະກົດມີ​ຊືວ່າ​ພັກ​ລັດ Mon ​ໃໝ່ ( New Mon State Party ). ວັນ​ທີ 1 ກຸມພາ ທີ່​ຜ່ານ​ມາ, 2 ຝ່າຍ​ໄດ້​ເຫັນ​ດີ​​ໃຫ້​ກຸ່ມທະ​ຫານ​ກະບົດນີ້​ເປີດ​ຫ້ອງການ​ຕິດ​ຕໍ່ພົວພັນ ​ແລະ ​ໄປມາ​ຢ່າງ​ເສລີ​ເຊິ່ງບໍ່​ພົກ​ອາວຸດ. 2 ຝ່າຍ​ກໍ່​ເຫັນ​ດີ​ຈະ​ພົບ​ປະ​ຄັ້ງ​ໃໝ່​ໃນ​ອາທິດ​ທີ 3 ​ເດືອນ ກຸມພາ​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ຕົກລົງ​ທີ່​ມີ​ຂອບ​ເຂດກວ້າງ​ກວ່າ.

        ທ່ານ Hla Maung Shwe ​ໄດ້​ເວົ້າ​ວ່າ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ລັ​ດຖະບານ ມ້ຽນ​ມ້າ ກໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ເຊັ່ນ​ດ່ຽວ​ກັນກັບບັນດາ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າສ່ວນ​ນ້ອຍ​ອື່ນ​ຄື Karen. Shan, Chin, Wa ​ແລະ Kokang. ລັດຖະບານ ມ້ຽນ​ມ້າ ຫາ​ກໍ​ໄດ້​ຮັບ​ການ​​ເລ​ືອກຕັ້ງ​​ຈາກ​ປະຊາຊົນຢ່າ​ງມີ​ປະຊາທິປະ​ໄຕ​ ​ເຊິ່ງພວມ​ມານະ​ພະຍາຍາມ​ບັນລຸ​ໄດ້​​ຂໍ້​ຕົກລົງ​ສັນຕິພາບ​ຕ່າງໆກັບ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ ​ເຊິ່ງມີ​ການ​ປະ​ທະ​ກັນກັບ​ກອງທັບ​ລັດຖະບານ​ເພື່ອ​ທ່ວງ​ເອົາ​ແຍກ​ອອກ​ປົກຄອງ​ຕົວ​ເອງ​ໃນ​ຫຼາຍທົດ​ສະ​ວັດ​ທີ່​ຜ່ານ​ມາ.
ຂ່າວ/ບົດ​ອື່ນ